ສະພາບ​ການ​ຂາຍ​ສັດປ່າ​ໂດຍ​ຜ່ານ​ອິນ​ເຕີ​ແນັດ​ຢູ່​ຫວຽດນາມຫນັກຫນ່ວງ​

(GMT+08:00) 2013-07-27 13:55:22     cri

​ໃນ​ໄລຍະ​ມໍ່ໆ​ມາ​ນີ້,ສະພາບ​ການ​ຂາຍ​ສັດປ່າ​​ໂດຍຜ່​ານ​ທາງ​ອິນ​ເຕີ​ແນັດ​ຢ່າງ​ຜິດ​ກົດຫມາຍ​ຢູ່​ຫວຽດນາມ​ນັບ​ມື້​ນັບ​ຮຸນ​ແຮງ​ຂຶ້ນ, ບໍ່ວ່າ​ຈະ​ແມ່ນ​ເຂົາ​ແຮດ​ຫລື​ງ່າ​ຊ້າງ​ລ້ວນ​ແຕ່​ສາມາດ​ຊື້​ໄດ້​ໂດຍ​ຜ່ານ​​ໂທລະສັບ.ສຳລັບ​ສະພາບ​ການນີ້, ຫລາຍ​ພາກສ່ວນ​ຂອງລັດຖະບານ​ຫວຽດນາມ​ກ່າວ​ວ່າ, ການຕິດຕາມ​ຄຸ້ມ​ຄອງ​ທີ່​ກ່ຽວຂ້ອງບໍ່​ໄດ້ຮັບ​ການ​ປະຕິບັດ​ຢ່າງ​ເຂັ່ງຂັດ, ຕ້ອງການ​ເພີ່ມ​ທະວີ​ວຽກ​ງານ​ໃນ​ດ້ານ​ນີ້.

ຕາມ​ສະຖິຕິ​ຂອງ​ສະມາຄົມອະນຸລັກ​ສັດປ່າ​ຫວຽດນາມ​ສະ​ແດງ​ໃຫ້​ເຫັນ​ວ່າ​ຜູ່​ຊື້ສັດປ່າ ມີ 43% ​ແມ່ນ​ຜ່ານ​ທາງ​ອິນ​ເຕີ​ແນັດ.

ກົມ​ອະນຸລັກ​ຊີວະ​ນານາ​ພັນ​ຂອງ​ກະຊວງ​ຊັບພະຍາກອນທຳມະຊາດ​ແລະ​ສິ່ງ​ແວ​ອລ້ອມ​ ​ຫວຽດນາມ​ກ່າວ​ວ່າ, ມີ​ຄົນ​ນັບ​ມື້​ນັບ​ຫລາຍ​ຂື້ຂາຍ​ສັດປ່າ​ໂດຍ​ຜ່ານ​ອິນ​ເຕີ​ແນັດ, ສະພາບ​ການ​ແນວ​ນີ້​ໄດ້​ຈາກ​ນະຄອນຫລວງ​ຮ່າ​ໂນ​ຍ​ແລະ​ນະຄອນ​ໂຮ​ຈີ​ມິ​ງ​ເຊິ່ງ​ເປັນ​ຕົວ​ເມືອງ​ສຳຄັນ​ຂອງ​ຫວຽດນາມ​ແຜ່​ຂະຫຍາຍໄປ​​ທົ່ວ​ປະ​ເທດ.

ກົມປ້ອງ​ກັນ​ການ​ຕ້ອງ​ໂທດ​ດ້ວຍ​ເຕັກນິກ​ສູງ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຫວຽດນາມ​ກໍ່​ກ່າວ​ວ່າ, ​ເຖິງ​ວ່າ​ຫວຽດນາມ​ໄດ້​ວາງ​ວິທີ​ລົງ​ໂທດ​ຕໍ່​ການ​ເຄື່ອນ​ໄຫ​ວຊື້ຂາຍ​ທີ່​ຜິດ​ກົດຫມາຍ​ກໍ່ຕາມດ ​ແຕ່​ຈຳນວນ​ເງິນ​ປັບ​ໄຫມ​ນັ້ນ​ຍັງ​ຫນ້ອຍທີ່​ສຸດ. ສະມາຊິ​ຄົມ​ອະນຸລັກ​ສັດປ່າ​ສະ​ເຫ​ນີນວ່າ, ພາກສ່ວນ​ລັດຖະບານ​ຄວນ​ຄວບ​ຄຸ້ມ​ຢ່າງ​ເຂັ້ມ​ງວດຕໍ່​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ແລະ​ການວາ​ຈາ​ທາງ​ອິນ​ເຕີ​ແນັດ,ການ​ປັບ​ໄຫມ​ຕໍ່​ຜູ່​ຂາຍ​ຢ່າງ​ຜິດ​ກົດຫມາຍ​ໂດຍ​ຜ່ານ​ອິນ​ເຕີ​ແນັດ​ນັ້ນ​ແມ່ນ​ບໍ່​ພຽງ​ພໍ, ຍັງ​ຄວນ​ມີ​ມາດ​ຕະການ​ລົງ​ໂທດ​ທີ່​ເຂັ້ມ​ງວດ​ກວ່າ​ນີ້​ອີກ.