ທ່ານ​ຊິນ​ໂຈ​ວອາ​ເບະ​ຢ້ຽມຢາມ​ສິງກະ​ໂປ

(GMT+08:00) 2013-07-27 13:59:11     cri

ຕາມ​ຂ່າວ cri:ຕອນ​ເຊົ້າ​ວັນ​ທີ 26 ກໍລະກົດ​ນີ້, ທ່ານ​ຊິນ​ໂຈ​ອາ​ເບະ ນາຍົກລັດຖະມົນຕີຍີ່ປຸ່ນ​ທີ່​ພວມ​ຢ້ຽມຢາມ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຢ່າງ​ເປັນ​ທາງ​ການ​ນັ້ນ​ໄດ້​ເດີນທາງ​ໄປ​ຮອດ​ສິງກະ​ໂປ, ​ເລີ່​ມຢ້ຽມຢາມ​ສິງກະ​ໂປ​ເປັນ​ໄລຍະ​ສັ້ນ. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ແມ່ນ​ທ່ານ​ຊິນ​ໂຈ​ອາ​ເບະ​ຢ້ຽມຢາມ​ສິງກະ​ໂປ​ໃນ​ຖານະ​ເປັນ​ນາຍົກລັດຖະມົນຕີຍີ່ປຸ່ນ​.

ຕອນ​ເຊົ້າ​ວັນ​ທີ 26 ພາຍຫລັງ​ໄດ້​ພົບ​ປະ​ກັບ​ກັບ​ທ່ານທັນ​ແຄງ​​ແຢັນ(Tony Tan Keng Yan) ​ປະທານາທິບໍດີ​ສິງກະ​ໂປ​ແລະ​ທ່ານ​ລີ​ຊຽນລົງ ນາຍົກລັດຖະນຕີ​ສິງກະ​ໂປ​ແລ້ວ, ທ່ານ​ຊິນ​ໂຈ​ອາ​ເບະ​ກັບ​ທ່ານ​ຫລີ​ຊຽນລົງ​ໄດ້​ຈັດກອງ​ປະຊຸມ​ຂ່າວ​ຮ່ວມ.ທ່ານ​ຫລີ​ຊຽນຫລົງ​ກ່າວ​ວ່າ, ການ​ພົວພັນ​ລະຫວ່າງ​ສິງກະ​ໂປ​ກັບ​ຍີ່ປຸ່ນ​ໄດ້​ກ່ຽວ​ພັນ​ເຖິງ​ຫລາຍ​ດ້ານ.ທ່ານ​ຫວັງ​ວ່າ​ພາຍ​ໃຕ້​ເບື້ອງ​ຫລັງ​ທີ່​ປັບປຸງ​ກາ​ນພົວພັນ​ສອງ​ຝ່າຍ,ກໍ່​ຄວນ​ເພີ່ມ​ທະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ປະ​ເທດ​ທີ​ສາມ.

ທ່ານ​ຊິນ​ໂຈ​ອາ​ເບະ​ກ່າວ​ວ່າ, ປີ​ນີ້​ແມ່ນການ​ພົວພັນ​ລະຫວ່າງ​ມິດຕະພາບ​ລະຫວ່າງ​ຍີ່ປຸ່ນ​ກັບ​ອາ​ຊຽນຄົບຮອບ 40 ປີ, ທ່ານ​ຫວັງ​ວ່າ​ຈະ​ນຳ​ເອົາ​ພະລັງ​ແຮງ​ເຂົ້າ​ໄປ​ໃນ​ການ​ສ້າງສາ​ເສດຖະກິດ​ຍີ່ປຸ່ນ​ໃຫ້​ຈະ​ເລີ​ນ.ທ່ານ​ກ່າວ​ວ່າ,ພິ​ເສດ​ຈະ​ເນັ້ນ​ເຖິງ​ການ​​ເພີ່ມ​ທະວີ​ການ​ຕິດ​ຕໍ່​ກັນ​ແລະ​ການ​ພົວພັນ​ຄູ່​ເສດຖະກິດ​ລະຫວ່າງ​ຍີ່ປຸ່ນ​ກັບ​ອາ​ຊຽນ.