ຫົວຫນ້າຫ້ອງການກະຊວງ​ການ​ຕ່າງປະ​ເທດ​ໄທ​ຕີ​ລາຄາ​​ສູງ​ຕໍ່ຜົນສຳ​ເລັດ​ທີ່​ໄດ້​ຮັບ​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ-​ອາ​ຊຽນ

(GMT+08:00) 2013-07-27 14:14:44     cri


ວັນ​ທີ 26 ກໍລະກົດ​ນີ້, ທ່ານສີ​ຮະສັກ ພວງ​ເກດ​ແກ້ວ ​ຫົວຫນ້າຫ້ອງການກະຊວງ​ການ​ຕ່າງປະ​ເທດ​ໄທ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຊີ​ນຮວາ​ຈີນ,​ໂດຍ​ກ່າວ​ວ່າ,ກອງ​ປະຊຸມ​ ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ-​ອາ​ຊຽນທີ່​ຈັດ​ຂຶ້ນ​ຢູ່​ບຼູ​ໃນ​​ໃນ​ເດືອນ​ມິຖຸນາ​ປີ​ນີ້​ໄດ້​ຮັບ​ຫມາກຜົນສຳ​ເລັດ​ອັນ​ຕັ້ງຫນ້າ, ສອງ​ຝ່າຍ​ໄດ້​ຫາລື​ກັນ​ຢ່າງ​ກວ້າງຂວາງ​ແລະ​ເລິກ​ເຊິ່ງກ່ຽວ​ກັບ​ບັນຫາ​ຕ່າງໆ​ເຊັ່ນ: ການ​ຄ້າ​​ເສລີ, ການ​ເພີ່ມ​ທະວີ​ການ​ລົງທຶນ, ​ແລະ​ການ​ເຊື່ອມ​ໂຍງ​ເຂົ້າກັນ.

ທ່ານ​ສີີ​ຮະ​ຊັກ​ກ່າວ​ວ່າ, ການ​​ເຊື່ອມ​ໂຍງ​ເຂົ້າກັນ​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະວີ​ການ​ຄ້າ​ຄ້າ, ຫລຸດຜ່ອນຄວາມ​ຜິດ​ໂຕນ​ກັນ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ,ມີ​ຄວາມ​ຫມາຍ​ສຳຄັນ​ຕໍ່​ການ​ຊຸກ​ຍູ້ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ, ກໍ່​ຄື​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນກັບ​ຈີນ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ແຂວງ​ຢູ່​ພາກ​ໃຕ້​ຂອງ​ຈີນ.ສອງ​ຝ່າຍ​ຈະ​​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ,​ແລະ​ຫວັງ​ວ່າ​ປະ​ເທດ​ໄທ​ກັບປະ​ເທດ​ຈີນ​ຈະ​ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ປະຊາຊົນ​ຕື່ມ​ອີກ.

​ໃນ​ເວລາ​ກ່າວ​ເຖິງ​ບັນາ​ທະ​ເລ​ຈີນ​ໃຕ້,ທ່ານ​ກ່າວ​ວ່າ, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ-​ອາ​ຊຽນ​ໄດ້​ຈັດການ​ເຈລະຈາ​ທີ່ມີ​ລັກສະນະ​ສ້າງສັນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້.ສອງ​ຝ່າຍ​ເຫັນ​ວ່າການຣັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຈີນ​ໃຕ້​ມີ​ຄວາມ​ຫມາຍ​ສຳຄັນ​ຕໍ່​ການ​ຮັກສາ​ສະຖານະ​ການ​ຢູ່​ພາກ​ພື້ນ​ແຫ່ງ​ນີ້.

​ທ່ານ​ສີ​ຮະສັກ​ກ່າວ​ວ່າ, ​ໃນ​ຖານະ​ເປັນ​ປະ​ເທດ​ປະສານ​ການ​ພົວພັນ​ລະຫວ່າງ​ຈີນ-​ອາ​ຊຽນ, ​ໄທ​ຫວັງ​ວ່າ​ຈຸ​ຊູ​ກຍູ້​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ລະຫວ່າງ​ອາ​ຊຽນກັບ​ຈີນ​ໃນ​ໄລຍະ​ດຳລົງ​ຕຳ​ແຫນ່​ງດັ່ງກ່າວ, ​ເພື່ອ​ຊຸກ​ຍູ້ການ​ຄ້າ​ແລະ​ການ​ລົງທຶນ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ແລກປ່ຽນ​ກັນ​ລະຫວ່າ​ງປະ​ຊາ​ຊົນ​ສອງ​ຝ່າຍ,​ແລະ​ຊຸກ​ຍູ້ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.