ນາງ​ບຳ​ເລີ​ທະຫານ​ຂອງ​ຟິລິບ​ປິນ​ໃນ​​ໄລ​ຍະສົງຄາມ​ໂລກ​ຄັ້ງ​ທີ​ສອງ​ປະ​ທ້ວງນາຍົກ​ຍີ່ປຸ່ນ​​ຢ້ຽມຢາມ​ຟິລິບ​ປິ

(GMT+08:00) 2013-07-28 13:28:33     cri

ວັນ​ທີ 27 ກໍລະກົດ​ນີ້, ນາງ​ບຳ​ເລີ​ທະຫານ​ຂອງ​ຟິລິບ​ປິນ​ໃນ​​ໄລຍະສົງຄາມ​ໂລກ​ຄັ້ງ​ທີ​ສອງ​ທີ່ມີ​ອາຍຸ​ສູງ​ຫລາຍ​ຄົນ​ແລະ​ອົງການ​ຈັດ​ຕັ້ງ​ແມ່​ຍິ່ງ​ຈຳນວນ​ຫນຶ່ງ​ຂອງ​ຟິລິບ​ປິນ​ໄດ້​ຈັດ​ງານ​ຊຸມນຸມ​ຢູ່​ບ່ອນ​ມໍ່​ສຳນັກງານ​ປະທານາ ທິບໍດີ​ຟິລິບ​ປິນ,​ເພື່ອ​ປະ​ທ້ວງ​ທ່ານ​ຊິນ​ໂຈ​ວອາ​ເບະ ນາຍົກລັດຖະມົນຕີຍີ່ປຸ່ນໄປ​ຢ້ຽມຢາມ​ຟິລິບ​ປິນ,​ແລະ​ຮຽກຮ້ອງ​ໃຫ້​ລັດຖະບານ​ຍີ່ປຸ່ນ​ຈົ່ງ​ສະ​ແດງ​ຄວາມ​ຂໍ​​ໂທດ​ຢ່າງ​ຈະ​ແຈ້ງ​ຕໍ່​ບັນຫາ​ນາງ​ບຳ​ເລີ​ທະຫານ​ແລະ​ໃຫ້ການ​ທົດ​ແທນ.

ມື້​ດຽວ​ກັນ, ທ່ານ​ອາ​ກີ​ໂນ​ສາມ​ ປະທານາທິບໍດີ​ຟິລິບ​ປິນ​ໄດ້​ຈັດ​ພິທີ​ຕ້ອນຮັບ​ທ່ານ​ຊິນ​ໂຈ​ວອາ​ເບະ​ທີ່​ໄປ​ຢ້ຽມຢາມ​ຢູ່​ທີ່​ວັງ​ມາ​ກາ​ລາ ສຳນັກງານ​ປະທານາທິບໍດີ,ຫລັງ​ຈາກ​ນັ້ນ​ໄດ້​ຈັດການ​ພົບ​ປະ​ເປັນ​ທາງ​ການ. ​ໃນ​ຂະນະ​ດຽວ​ກັນ​ນັ້ນ, ​ແມ່ຍິງ​ຫລາຍ​ສິບ​ຄົນ​ທີ່​ມາ​ຈາກອົງການ​ລີລາ​ຟີ​ລິບ​ປິ​ນາ(LilaPilipina)​,ອົງການ​​ກາບຼີລາ​(GABRIELA)ແລະ​ອົງານ​ຈັດ​ຕັ້ງແມ່ຍິງອື່ນໆ​ຂອງ​ຟິລິບ​ປິນ​ໄດ້​ຈັດ​ງານ​ຊຸມນຸມ​ແລະ​ແຫ່​ຂະ​ບວນ​ຢູ່​ຖະ​ຫນົນ​ແມັນ​ດີ​ໂອລາ​ທີ່​ໃກ້​ກັບ​ສຳນັກງານ​ປະທານາ ທິບໍດີ,​ເພື່ອ​ທວງ​ເອົາ​ສິນ​ທຳ​ໃຫ້​ແກ່​ນາງ​ບຳ​ເລີ​ຟິລິບ​ປິນທີ່​ຖືກ​ເຄາະ​ຮ້າຍ​ໃນ​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ຈາກ​ລັດຖະບານ​ຍີ​ປຸ່ນ.

ນາງ​ເອສ​ເຕີ​ເລ​ມາ​ດູລາ,ປະທານ​ອົງການ​ລີລາຟິລິບປິນາທີ່​ເປັນ​ອົງການ​ຈັດ​ຕັ້ງ​ນາງ​ບຳ​ເລີຟິບິນ​ປິນຕິຕຽນ​ວ່າ,ລັດຖະບານ​ຍີ່​ປຸ່ນບໍ່​ເຄີຍ​ສະ​ແດງ​ຄວາມ​ຂໍ​ໂທດ​ຢ່າງ​ເປັນ​ທາງ​ການ​ຕໍ່​ການ​ບັງຄັບ​ແມ່ຍິງ​ຟິລິບ​ປິນ​ເປັນ​ນາງ​ບຳ​ເລີ​ທະຫານ​ໃນ​​ໄລຍະ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ຈັກ​ເທື່ອ.

ນາງຊາ​ວາ​ໂດ,​ເລຂາທິການ​ອົງການ​ກາບຼີລາ​ກ່າວ​ວ່າ, ​​ເຫມືອນ​ກັບ​ອາ​ເມ​ລິ​ກາ,ຍີ່​ປຸນ​ໄດ້​ເຜີຍ​ແຜ່​ຖ້ອຍ​ຄວາມກະຫາຍ​ສົງຄາມ​ຢູ່​ພາກ​ພື້ນ​ອາ​ຊຽນ, ສ່ວນ​ຟິລິບ​ປິນພວມ​ກາຍ​ເປັນລູກ​ນ້ອງ​ຂອງ​ອາ​ເມ​ລິ​ກາ​ແລະ​ຍີ່​ປຸ່ນ.