ປະທານາທິບໍດີ​ສ.​ເກົາຫລີ​ຮຽກຮ້ອງ​ໃຫ້​ສປປ​ເກົາຫລີ​ປະລະ​ນິວ​ເຄຼຍ​ແລະ​ເດີນ​ໄປ​ຕາມ​ເສັ້ນທາງ​ການ​ພັດທະນາ​ໂດຍ​ສັນຕິ

(GMT+08:00) 2013-07-28 13:48:29     cri

ວັນ​ທີ 27 ກໍລະກົດ​ນີ້, ທ່ານນາງ​ປັກ​ຈຸນ​ແຮ ປະທານາທິບໍດີ​ສ.​ເກົາຫລີ​ກ່າວຄຳ​ປາ​​​ໄສ,ຮຽກຮ້ອງ​ໃຫ້​ສປປ​ເກົາຫລີ​ຈົ່ງ​ປະລະ​ແຜນການ​ນິວ​ເຄຼຍ,​ເດີນ​ໄປ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​ຢ່າງ​ແທ້​ຈິງ.

ມື້​ດຽວ​ກັນ,ລັດຖະບານ​ສ.​ເກົາຫລີ​ໄດ້​ຈັດ​ກິດຈະກຳ​ຢູ່​ທີ່​ຫໍ​ລະ​ລຶກສົງຄາມ​ຫລົງ​ຊົງ​ທີ່​ນະຄອນຫລວງ​ເຊ​ອຸນ,​ເພື່ອ​ລະ​ລຶກສົງຄາມ​ເກົາຫລີ​ຢຸດຕິລົງ​ຄົບຮອບ 60 ປີ.​ໃນ​ເວລາ​ກ່າວ​ຄຳ​ປາ​ໃສ, ທ່ານນາງ​ປັກ​ຈຸນ​ແຮ​ກ່າວ​ວ່າ, ສປປ​ເກົາຫລີຄວນ​ປະລະ​ແຜນການ​ນິວ​ເຄຼຽ.ຖື​ວ່າ​ສປປ​ເກົາຫລີ​ໄດ້​ເລືອກ​ເສັ້ນທາງ​ທີ່​ຖືກຕ້ອງ​ແລ້ວ, ສ.​ເກົາຫລີ​ຈ​ະ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັບສປປ​ເກົາຫລີ, ​ແລະ​ຕັ້ງຫນ້າ​ໄຂ​ເສັ້ນທາງນ​ພັດທະນາ​ຮ່ວມ​ກັນ​ລະຫວ່າງ​ເຫນືອ​​ໃຕ້.

ສົງຄາມ​ເກົາຫລີ​ເກີດ​ຂຶ້ໜນໃນ​ວັນ​ທີ 25 ມິຖຸນາ 1950,​ແລ້ວສິ້ນ​ສຸດລົງ​ໃນ​ວັນ​ທີ 27 ກໍລະກົດ 1953 ພາຍຫລັງ​ໄດ້​ເຊັນ​ສັນຍາ​ຢຸດຕິ​ສົງຄາມ​ເກົາຫລີ​ແລ້ວ.