ພັກ​ຝ່າຍ​ຄ້ານ​ກຳປູ​ເຈຍ​ບໍ່ຮັບຮອງ​ຜົນ​ການ​ເລືອ​ງຕັ້ງ​ທົ່ວ​ໄປ

(GMT+08:00) 2013-07-29 16:19:20     cri
​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ກໍລະກົດ​ນີ້, ທ່ານ​ສົມລັງສີ, ປະທານ​ພັກ​ກູ້​ຊາດ​ກຳປູ​ເຈຍ​ກ່າວ​ວ່າ, ຍ້ອນ​ວ່າ​ໃນ​ຂະ​ບວນການ​ເລືອກ​ຕັ້ງ​ທົ່ວ​ໄປມີ​ການ​ກະທຳ​ທີ່ລະ​ເມີດ​ກົດ​ລະບຽບ​ຢ່າງ​ໜັກໜ່ວງ, ຜົນ​ການ​ເລືອກ​ຕັ້ງ​ບໍ່​ສາມາດ​ສ່ອງ​ແສງ​ຄວາມ​ປາຖະໜາຂອງ​ປະຊາຊົນ​ກຳປູ​ເຈຍ, ສະ​ນັ້ນ​ເຂົາ​ເຈົ້າ​ບໍ່​ຮັບຮອງ​ຜົນ​ການ​ນັບ​ຄະ​ແນນ​ເບື້ອງ​ຕົ້ນ​ຂອງ​ການ​ເລືອກ​ຕັ້ງລັດຖະ​ສະພາ​​ຄັ້ງ​ທີ 5 ຂອງ​ກຳປູ​​ເຈຍ, ​ແລະ​ຮຽກຮ້ອງ​ໃຫ້ສ້າງຕັ້ງ​ໜ່ວຍ​ສືບສວນ​ປະສົມ​ກ່ຽວ​ກັບ​ການ​ກະທຳ​ລະ​ເມີດ​ກົດ​ລະບຽບຂອງ​ການ​ເລືອກ​ຕັ້ງ​ໃນ​ຄັ້ງ​ນີ້.

ຕອນ​ຄ່ຳ​ວັນ​ທີ 28 ກໍລະກົດ​ນີ້, ພັກ​ປະຊາຊົນ​ກຳປູ​ເຈຍ​ເຊິ່ງ​ເປັນ​ພັກ​ຄອງ​ອຳນາດ​ທີ່​ນຳພາ​ໂດຍ​ທ່ານ​ຮຸນ​ແຊນອອກ​ຖະ​ແຫຼ​ງການ​ວ່າ, ​ໃນ​ການ​ເລືອກ​ຕັ້ງລັດຖະ​ສະພາ​​ກຳປູ​ເຈຍ​ຄັ້ງ​ທີ 5, ພັກ​ປະຊາຊົນ​ໄດ້​ຮັບ"ທີ່​ນັ່ງ​ສ່ວນ​ຫຼາຍ. ຕອນ​ຄຳ​ວັນ​ທີ 28 ກໍລະກົດ​ນີ້, ທ່ານຂຽວ​ກັນ​ນະຣິດ ​ໂຄສົກ​ລັດຖະບານ​ທັງ​ເປັນ​ລັດຖະມົນຕີ​ປະຈຳ​ສຳນັກ​ນາຍົກລັດຖະມົນຕີ​ກ່າວ​ວ່າ, ພັກ​ປະຊາຊົນ​​ໄດ້ 68 ທີ່​ນັ່ງ​ໃນ​ທັງ​ໝົດ 123 ທີ່​ນັ່ງ, ພັກ​ກູ້​ຊາດ​ກຳປູ​ເຈຍ​ໄດ້ 55 ທີ່​ນັ່ງ.

ວັນ​ທີ 28 ກໍລະກົດ​ນີ້, ກຳປູ​ເຈຍ​ໄດ້​ຈັດການ​ເລືອ​ກຕັ້ງ​ລັດຖະສະພາ​​ຄັ້ງ​ທີ 5. ປະຈຸ​ບັນ, ຄະນະ​ກຳມະການ​ເລືອກຕັ້ງ​ແຫ່ງ​ຊາດ​ກຳປູ​ເຈຍ​ທີ່​ຮັບຜິດຊອບ​ວຽກ​ງານ​ການເລືອກ​ຕັ້ງ​ຍັງ​ບໍ່​ທັນໄດ້​ປະກາດ​ຜົນ​ການ​ເລືອກ​ຕັ້ງ​​ຢ່າງ​ເປັນ​ທາງ​ການ​ເທື່ອ.