ກະສັດ​ກຳປູ​ເຈຍ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ດ້ານ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໂດຍ​ສັນຕິ

(GMT+08:00) 2013-08-08 16:05:22     cri
ວັນ​ທີ 7 ສິງຫາ​ນີ້, ສົມ​ເດັດໂນ​ໂຣ​ດົມ ສີ​ຫາ​ໂມ​ນີ ພະ​ມະຫາ​ກະສັດ​ກຳ​ປູ​ເຈຍ​ໄດ້​ອອກປະກາດ​ແຈ້ງ​ການ, ​ໂດຍ​ໄດ້ຮຽກຮ້ອງ​ໃຫ້​ພັກ​ປະຊາຊົນ​ເຊິ່ງ​ເປັນ​ພັກ​ຄອງ​ອຳນາດ​ກຳປູ​ເຈຍ​ແລະ​ພັກ​ກູ້​ຊາດ​ເຊິ່ງ​ເປັນ​ພັກ​ຝ່າຍ​ຄ້ານຈົ່ງ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໂດຍ​ສັນຕິ, ​ເພື່ອຮ່ວມ​ກັນ​ຮັກສາ​ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ປະ​ເທດ.

ສົມ​ເດັດ​ໂນ​ໂຣດົມ ສີ​ຫາ​ໂມ​ນີກ່າວ​ວ່າ, ​ເພື່ອ​ຜົນ​ປະ​ໂຫຍ​ດ​ແຫ່ງ​ລັດ​ແລະ​ປະຊາ​ຊາດ, ພັກ​ປະຊາຊົນ​ແລະ​ພັກ​ກູ້​ຊາດ​ຄວນ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຕ່າງໆ​ແລະ​ວຽກ​ງານ​ອື່ນໆ​ທີ່​ຍັງ​ຄ້າງ​ຢູ່​ພາຍຫຼັງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໂດຍ​ຜ່ານ​ການ​ເຈລະຈາ, ຮ່ວມ​ກັນ​ຮັກສາ​ສະພາບ​ການ​ດີງາມ​​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ກຳປູ​ເຈຍ.

ສົມ​ເດັດ​ໂນ​ໂຣດົມ ສີ​ຫາ​ໂມ​ນີກ່າວ​ວ່າ, ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ຈະ​ປະກາດ​ຜົນ​ການ​ເລືອກຕັ້ງ​ສະພາ​​​ແຫ່ງ​ຊາດໃນ​ໄລຍະ​ວັນ​ທີ 14 ສິງຫາ​ຫາ​ວັນ​ທີ 8 ກັນຍາໜ້າ​ນີ້. ພ້ອມ​ກັນ​ນັ້ນ​ພະ​ອົງ​ຍັງ​ໄດ້ຮ້ອງ​ໃຫ້​ປະຊາຊົນ​ກຳປູ​ເຈຍ​ຈົ່ງທຸ່ານທ່ຽງ, ດຳ​ເນີນ​ການ​ຜະລິດ​ແລະດຳລົງ​ຊີວິດ​ຢ່າງ​ເປັນ​ປົກກະຕິ, ​ໃຊ້​ການ​ກະທຳ​ຕົວ​ຈິງ​ເພື່ອ​ຮ່ວມ​ກັນ​ຮັກສາ​​ເອກະ​ພາບ​ແລະ​ຄວາມ​ສາມັກຄີ​ພາຍ​ໃນ​ຊາດ.