ເກີດ​ເຫດການ​ລະ​ເບີດ​ແຄມ​ທາງ​ສອງ​ຄັ້ງ​ຢູ່ພາກ​ໃຕ້​ຂອງ​ຟີ​ລິບ​ປີນເຮັດ​ໃຫ້​ທະຫານ 7 ຄົນ​​ໄດ້​ຮັບບາດ​ເຈັບ

(GMT+08:00) 2013-08-08 16:06:29     cri
ວັນ​ທີ 7 ສິງຫາ​ນີ້ຢູ່​ນະຄອນ​ໂກ​ຕາ​ບາ​​ໂຕ​ທີ່​ພາກ​ໃຕ້​ຂອງ​ຟີ​ລິບ​ປີນ​ໄດ້​ເກີດ​ເຫດການ​ລະ​ເບີດ​​ແຄມ​ທາງ​ສອງ​ຄັ້ງ, ​ໃນ​ນັ້ນ​​ຄັ້ງ​ໜຶ່ງ​ໄດ້​ເຮັດ​ໃຫ້​ທະຫານ 7 ຄົນ​​ໄດ້​ຮັບບາດ​ເຈັບ. ວັນ​ທີ 7 ສິງຫາ​ນີ້, ​ແນວ​ໂຮມ​ອິດສະຫຼະພາບອິສລາມ​ໂມ​ໂຣ​ໄດ້ອອກ​ມາສະ​ແດງ​ຄວາມ​ຮັບຜິດຊອບ​ຕໍ່​ເຫດການ​ໂຈ​ມຕີ​ດ້ວຍ​ລະ​ເບີດ​ໃນ​ຄັ້ງ​ນີ້.

​ເຈົ້າ​ໜ້າ​ທີ່​ທະຫານ​ທ້ອງ​ຖິ່ນ​ກ່າວ​ວ່າ, ປະຈຸ​ບັນ​ຍັງ​ບໍ່​ຮູ້ເຫດການ​ລະ​ເບີດ​ສອງ​ຄັ້ງ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 7 ສິງຫາ​ນີ້​ມີມີ​ການ​ພົວພັນ​ກັນ​ຫຼື​ບໍ່. ​ແຕ່​ວ່າ​ບ່ອນ​ເກີດ​ເຫດການ​ລະ​ເບີດຢູ່​ດັ່ງກ່າວ​ຫ່າງ​ຈາກ​ບ່ອນ​ເກີດ​ເຫດການ​ລະ​ເບີດ​ໃນ​ວັນ​ທີ 5 ສິງຫາ​ນີ້​ບໍ່​ຮອດ 45 ກິ​ໂລ​ແມັດ. ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ເຫັນ​ວ່າ, ​ເຫດການ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 5 ສິງຫາ​ນີ້​ແມ່ນ​ການ​ໂຈ​ມຕີ​ແບບລັດທິ​ກໍ່​ການ​ຮ້າຍ, ​ເປົ້າ​ໝາຍ​ແມ່ນ​ເຈົ້າ​ໜ້າ​ທີ່ຄົນໜຶ່ງ​ຂອງ​ນະຄອນ​ໂກ​ຕາ​ບາ​​ໂຕ.

ທ່ານ​ອາ​ກິ​ໂນ, ປະທານາທິບໍດີ​ຟີ​ລິບ​ປີນ​ກ່າວ​ວ່າ, ​ເຫດການ​ລະ​ເບີດ​ໂຈມ​ຕີ​ອາດ​ຈະ​ແມ່ນ​ອົງການ​ທີ່​ຢາກ​ທຳລາຍ​ຂະ​ບວນການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ລັດຖະບານ​ຟີ​ລິບ​ປີນ​ກັບ​ແນວ​ໂຮມ​ອິດສະຫຼະພາບ​ອິສລາມ​​ໂມ​ໂຣ.