ພັກ​ຝ່າຍ​ຄ້ານ​ຂອງ​ກຳປູ​ເຈຍ​ຮ້ອງ​ຂໍ​ໃຫ້​ສະຫະ​ປະຊາ​ຊາດ​ເຂົ້າ​ຮ່ວມ​ການ​ສືບສວນ "ປະກົດ​ການລະ​ເມີດ​ກົດໝາຍ"​ໃນ​ການ​ເລືອກ​ຕັ້ງ

(GMT+08:00) 2013-08-09 15:08:51     cri
ວັນ​ທີ 8 ສິງຫາ​ນີ້, ພັກ​ກູ້​ຊາດ​​ເຊິ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ຂອງ​ກຳປູ​ເຈຍ​ໄດ້​​ເປີ​ດ​ເຜີຍ​ຈົດໝາຍ​ທີ່​ທ່ານສຳຣັງຊີ, ປະທານ​ພັກ​ກູ້​ຊາດທີ່​ສົ່ງ​ໄປ​​ເຖິງ​ທ່ານ​ບານ​ກິ​ມູນ, ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໃນ​ວັນ​ທີ 5 ສິງຫາ​ນີ້. ​ໃນ​ຈົດໝາຍ​ດັ່ງກ່າວ, ທ່ານສຳຣັງຊີ​​ໄດ້ຮຽກຮ້ອງ​ໃຫ້​ສະຫະ​ປະຊາ​ຊາດ​ສົ່ງ​ຄະນະ​ສັງ​ເກດ​ການ, ​ເພື່ອ​ເຂົ້າ​ຮ່ວມ​ການ​ສືບສວນ "ປະກົດ​ການລະ​ເມີດ​ກົດໝາຍ"​ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ.

ວັນ​ທີ 8 ສິງຫາ​ນີ້, ທ່ານ​ເທັບ​ນິຕາ, ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ເລື​ອກຕັ້ງ​ແຫ່ງ​ຊາດ​ກຳປູ​ເຈຍ​ກ່າວ​ວ່າ, ທ່ານຍິນ​ດີ​ຕ້ອນຮັບ​ອົງການ​ທີ່​ກ່ຽວຂ້ອງ​ດຳ​ເນີນ​ການ​ຕິດຕາມ​ກວດກາ​ຕໍ່​ການ​ເລືອກ​ຕັ້ງ, ​ແລະ​ຫວັງ​ວ່າ​ຄະນະ​ກຳມະການ​ສືບ​ສວນຮ່ວມ​ສາມາດ​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ໄວ. ຕາມ​​​ກຳນົດ, ຄະນະ​ກຳມະການ​ເລືອ​ກຕັ້ງ​ແຫ່ງ​ຊາດກຳປູ​ເຈຍ​ຈະ​ປະກາດ​ຜົນ​ການ​ເລືອກຕັ້ງ​ຢ່າງ​ເປັນ​ທາງ​ການໃນ​ໄລຍະ​ວັນ​ທີ 14 ສິງຫາ​ຫາ​ວັນ​ທີ 8 ກັນຍາໜ້າ​ນີ້.

ວັນ​ທີ 2 ສິງຫາ​ນີ້, ທ່ານ​ບານ​ກີ​ມູນ​ໄດ້​ອອກ​ຖະ​ແຫຼ​ງການ​​ໂດຍ​ຜ່ານ​ໂຄສົກ​ຂອງ​ທ່ານ, ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ກຳປູ​ເຈຍ​ຈັດການ​ເລື​ອກຕັ້ງ​ໂດຍ​ສັນຕິ, ທັງ​ໄດ້​ສົ່ງ​ເສີມ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ກຳປູ​ເຈຍ​ແກ້​ໄຂ​ການຮ້ອງ​ຟ້ອງ​ກ່ຽວ​ກັບ "ປະກົດ​ການລະ​ເມີດ​ກົດໝາຍ"​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຢ່າງ​ຍຸດຕິ​ທຳ.