ລາຍການສະແດງສິລະປະຂອງຊາວໜຸ່ມລາວໄດ້ຮັບການຊົມເຊີຍຢ່າງກວ້າງຂວາງຢູ​ນະຄອນ​ຫວງ​ປັກ​ກິ່ງ

(GMT+08:00) 2013-08-09 17:24:04     cri


(ທ່ານສົມດີ ບຸນຄຸ້ມ ເອອັກຄະລັດຖະທູດສປປລາວປະຈຳຈີນຕ້ອນຮັບຄະນະສິລະປິນຊາວຫນຸ່ມລາວ)


ແຕ່ວັນທີ 1-6/8/2013ນ ສະມາຄົມມິດຕະພາບ ປະຊາຊົນຈີນ ເພື່ອການພົວພັນກັບບັນດາປະຊາຊາດໃນໂລກໄດ້ເປັນເຈົ້າພາບ
ຈັດບຸນມະໂຫລານ ການແລກປ່ຽນຊາວໜຸ່ມອາຊຽນ-ຈີນຄັ້ງທີ 1 ຂື້ນສະ​ເພາະໃນຕອນຄໍ່າວັນທີ 4 ສິງຫານໄດ້ຈັດລາຍການສະແດງ
ສິລະປະວັນນະຄະດີຊາວໜຸ່ມ 10 ປະເທດອາຊຽນແລະຈີນຢູ່ທີ່ວັງເຍົາວະຊົນ ນະຄອນຫຼວງປັກກິ່ງ.

​ໂດຍ​ມີ​ການນຳສະມາຄົມມິດຕະພາບ ສປ ຈີນ ເພື່ອການພົວພັນ ກັບ ບັນດາປະຊາຊາດໃນໂລກ ພ້ອມ​ດ້ວຍບັນດາທູດປະເທດອາຊຽນ
ປະ​ຈຳ​ຈີນ ແລະມວນ​ຊົນ​ຊາວ​ນະຄອນຫລວງ​ປັກ​ກິ່ງ​ເຂົ້າ​ຮ່ວມຢ່າງຫຼວງຫຼາຍ. ສະ​ເພາະ ຄະນະຜູ້ແທນຊາວໜຸ່ມລາວໄດ້ປະ ກອບສ່ວນໃນ
ການສະແດງດັ່ງກ່າວ 1 ລາຍການຄືບົດຟ້ອນທໄດ້ສະ​ແດງໃຫ້ເຫັນເຖິງປະເພນີການຕ້ອນຮັບແຂກ, ເຄື່ອງນຸ່ງຖືຂອງລາວສຽງດົນຕີອັນ
ອອນຊອນແລະການຟ້ອນລຳທີ່ອ່ອນຊ້ອຍຂອງນັກຟ້ອນຍິງລູກຫຼານຂອງລາວ.

ການຈັດບຸນມະໂຫລານແລກປ່ຽນວັດທະນະທຳລະຫວ່າງຊາວໜຸ່ມອາ ຊຽນແລະຈີນຄັ້ງນີ້ແມ່ນໜຶ່ງໃນຫຼາຍໆກິດຈະກຳ​ໃນການເຄື່ອນໄຫວ
ເພື່ອສະເຫຼີມສະຫຼອງຄົບຮອບ 10 ປີ ການເປັນຄູ່ຮ່ວມມືຍຸດທະສາດອາຊຽນ-ຈີນແນ່ ໃສ່ເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບແລະ
ຄວາມເຂົ້າໃຈຂອງຄົນ ຮູນໝຸ່ມຂອງຈີນແລະອາຊຽນ.


1 2