ສະຖານະ​ການ​ບາງກອກ​ຟື້ນ​ຟູ​ເປັນ​ປົກກະຕິ

(GMT+08:00) 2013-08-10 15:52:56     cri

ວັນ​ທີ 9 ສິງຫາ​ນີ້, ທ່ານ​ປຣະຊາ ພອມນອກ ຮອງ​ນາຍົກລັດຖະມົນຕີຜູ້​ຮັບຜິດຊອບ​ວຽກ​ງານ​ຄວາມ​ປອດ​ໄພ​ໄທ​ກ່າວ​ວ່າ, ​ເຖິງ​ວ່າ​ຍັງ​ມີ​ຜູ້​ສະໜັບສະໜູນ "ທະຫານ​ປະຊາຊົນ" ທີ່​ຕ້ານລະບອບ​ທັກ​ສິນສືບ​ຕໍ່​ຈັດ​ງານ​ປະ​ທ້ວງ​ຢູ່​ສວນ​ລົນ​ພິດ​ນີ, ​ແຕ່​ພວກ​ເຂົາ​ເຈົ້າ​ບໍ່ມີຄວາມ​ເປັນ​ໄປ​​ໄດ້​ສ້າງ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ປອດ​ໄພຂອງນະຄອນຫຼວງ​ບາງກອກ. ທ່ານ​ກ່າວ​ວ່າ, ສະຖານະ​ການ​ຂອງ​ບາງກອກ​ໄດ້​ຟື້ນ​ຟູ​ເປັນ​ປົກກະຕິ​ແລ້ວ, ລັດຖະບານ​ຈິ່ງ​ໄດ້​ຍົກ​​ເລີກກົດໝາຍ​ໝັ້ນຄົງ​ໃນ​ລາດ​ຊະ​ອະນາ​ຈັກ​ທີ່​ໄດ້​ດຳ​ເນີນ​​ເປັນເວລາ 8 ມື້​ຢູ່ 3 ຄຸ້ມ​ຂອງ​ນະຄອນຫຼວງ​ບາງກອກ.

ຕອນ​ຄ່ຳວັນ​ທີ 8 ສິງຫາ​ນີ້, ທ່ານ​ນາງ​ຍິງ​ລັກ ຊິນນະ​ວັດ ນາຍົກລັດຖະມົນຕີ​​ໄທ​ໄດ້​​ເຊັນ​ຄຳ​ສັ່ງ, ຍົກ​ເລີກ​ກົດ​​ໝັ້ນຄົງ​ໃນ​ລາດ​ຊະ​ອະນາ​ຈັກທີ່​ປະຕິບັດ​ມາເປັນ​ເວລາ 8 ມື້​ຢູ່ 3 ຄຸ້ມ​ບາງກອກ ​ຄື, ດຸສິດ, ພະນະຄອນ ​ແລະ ປ້ຼອມ​ປຼາບສັດຕູ​ພ່າ​ຍ. ຄຳ​ສັ່ງ​ດັ່ງກ່າວ​ໄດ້ມີ​ຜົນບັງຄັບ​ໃຊ້​ໃນ​ທັນທີ, ສິ່ງ​ຂວາງ​ທາງ​ທີ່​ຕັ້ງ​​ໄວ້​ໃນ​ໄລຍະ​ດຳ​ເນີນ​ກົດ​ດັ່ງກ່າວ​ນັ້ນ​ກໍ່​ຖືກ​ລົບ​ລ້າງ​ແລ້ວ, ຖະໜົນ​ທັງ​ໝົດ​ທີ່​ຈຳກັດ​ແລ່ນ​ລົດ​ໃນ​ໄລຍະນີ້​ກໍ່​ເປີດ​ໃຫ້​ແລ່ນລົດ​ທັງ​ໝົດ​ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ.

ເພື່ອ​ຮັບ​ມື​ກັບການ​ປະ​ທ້ວງ​ທີ່"ທະຫານ​ປະຊາຊົນ" ຕ້ານລະບອບ​ທັກ​ສິນ ​ແລະ ອົງການ​ອື່ນ​ໆ​ຈັດ​ຂຶ້ນ​ຫຼັງ​ໄລຍະ​ຈັດ​ກອງ​ປະຊຸມ​ໃໝ່​ຂອງລັດຖະສະພາ​, ປົກ​ປັກຮັກສາ​ກົດ​ໝາຍ ​ແລະ ລະບຽບ​ການ​ຂອງ​ນະຄອນ​ຫຼວງບາງກອກ, ວັນ​ທີ 31 ກໍລະກົດ​ແລ້ວ​ນີ້, ຄະນະ​ລັດຖະບານ​ໄທ​ປະກາດ​ວ່າ, ​ແຕ່​ວັນ​ທີ 1 ສິງຫາ ຫາ ວັນ​ທີ 10 ສິງຫາ, ປະຕິບັດກົດຄວາມ​ໝັ້ນຄົງ​ໃນ​ລາດ​ຊະ​ອະນາ​ຈັກ​ຢູ່ 3 ຄຸ້ມ​ບາງກອກ ​ຄື, ດຸສິດ, ພະນະຄອນ ​ແລະ ປ້ຼອມ​ປຼາບສັດຕູ​ພ້າ​ຍ.

ໃນ​ໄລຍະ​ປະຕິບັດ​ດຳລັດ​ຄວາມ​ປອດ​ໄພ, ຕຳຫຼວດ​ໄທ​ໄດ້​ຈັດ​ສັນ ຕຳຫຼວດປະມານ 3 ໝື່ນ 8 ພັນ​ຄົນ​ລາດຕະ​ເວນ​ຢູ່​ອົງການ​ສຳຄັນ ​ເຊັ່ນ, ອາຄານລັດຖະສະພາ​ ​ແລະ ທຳນຽບນາ​ຍົກ​ລັດຖະມົນຕີ​ເປັນ​ຕົ້ນ​ ​ແລະ ​ເຂດ​ອ້ອມ​ຂ້າງ, ​ເພື່ອປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ ​ແລະ ລະບຽບ​ການ​ຂອງ​ເຂດ​ເຫຼົ່າ​ນີ້.