ພັກ​ໄທ​ເພື່ອ​ໄທ​ຮຽກຮ້ອງ​ໃຫ້ພັກ​ປະຊາທິປັດປ່ຽນ​​ແປງ​ຫຼັກ​ໝັ້ນ,​ເຂົ້າ​ຮ່ວມ​ການ​ສົນທະນາ​ໃນ​ເວທີ​ປຶກສາ​ຫາລື​ປະຕິຮູບ​ການ​​ເມືອງ

(GMT+08:00) 2013-08-11 15:38:16     cri

ວັນ​ທີ 10 ສິງຫາ​ນີ້, ທ່ານອະນຸສອນ ຮອງ​ໂຄສົກ​ພັກ​ໄທ​​ເພື່ອ​ໄທ​ຮຽກຮ້ອງ​ໃຫ້ພັກ​ປະຊາທິປັດປະ​ລະ​ຫຼັກ​ໝັ້ນ​ເປັນ​ປໍ​ລະ​ປັກ, ​ເຂົ້າ​ຮ່ວມການ​ສົນທະນາ​ໃນ​ເວທີ​ປຶກສາ​ຫາລື​ປະຕິຮູບການ​​ເມືອງທີ່​ນຳພາ​ໂດຍສະຫະພັນ​ກຳອຳນາດ​, ​ເປີດ​ທາງ​ເພື່ອ​ບັນລຸການປອງ​ດອງ​ຊາດ.

ທ່ານ​ອະນຸສອນ​ກ່າວ​ວ່າ, ທ່ານ​ແບຼ ອະດີດ​ນາຍົກລັດຖະມົນຕີອັງກິດ ​ແລະ ທ່ານ​ອັນ​ນານ ​ອະດີດ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້ຮັບ​​ເອົາ​ການ​ເຊື້ອ​ເຊີນ, ​ເຫັນ​ດີ​ຈະເຂົ້າ​ຮ່ວມ​ກອງ​ປະຊຸມເວທີ​ປຶກສາ​ຫາລື​​ນີ້​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ບາງກອກ​ໃນ​ເດືອນ​ໜ້າ, ກ່ອນ​ນີ້, ທ່ານພິໄຊ ລັດຕະກຸນ ອະດີດ​ປະທານ​ລັດຖະສະພາ​ຂອງ​ໄທ, ອະດີດຫົວໜ້າ​ພັກ​ປະຊາທິປັດ​ກໍ່​ກ່າວ​ວ່າ, ​ເຫັນ​ດີ​ເຂົ້າ​ຮ່ວມ​ການ​ສົນທະນາໃນ​ເວທີ​ປຶກສາ​ຫາລື​ປະຕິ​ຮູບ​ການ​​ເມືອງ​ເທື່ອ​ນີ້.

ທ່ານ​ອະນຸສອນ​ກ່າວ​ວ່າ, ປັດຈຸບັນ, ທ່ານອະພິສິດ ​ເວດ​ຊະ​ຊີວະ ຜູ້ນຳ​ພັກ​ປະຊາທິປັດ​ຍັງ​ຍຶດໝັ້ນ​ວ່າ, ຕ້ອງຍົກ​ເລີກ​ການພິຈະລະນາ​ຮ່າງຂໍ້​ກຳນົດ​ອະ​ໄພ​ຍະ​ໂທດ​ຢູ່​ສະພາ​ຜູ້​ແທນ​ລາຊະ​ດອນ​ແລ້ວ,ຈິ່ງ​ຈະ​ພິຈາລະນາ​ເຂົ້າ​ຮ່ວມການ​ສົນທະນາ​ໃນ​ເວທີ​ປຶກສາ​ຫາລື​ປະຕິ​ຮູບການ​​ເມືອງທີ່​ນຳພາ​ໂດຍສະຫະພັນ​ກຳ​ອຳນາດຫຼື​ບໍ່. ກ່ອນ​ໜ້າ​ນີ້, ທ່ານ​ນາ​ງຍິ່ງ​ລັກ ຊີ​ນນະ​ວັດ ນາຍົກລັດຖະມົນຕີ​ໄທຮຽກຮ້ອງ​ໃຫ້​ພັກປະຊາ​ທິປັດ​ປ່ຽນ​​ແປງ​ຫຼັກ​ໝັ້ນ​ທີ່​ເປັນ​ປໍ​ລະ​ປັກ, ປຶກສາ​ຫາລື​ກັນ​ເພື່ອ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ກັນ​ທາງ​ການ​ເມືອງ, ສະ​ແຫວ​ງຫາ​ຊ່ອງ​ທາງ​ປອງ​ດອງ​ຊາດ​ທີ່​ຝ່າຍ​ຕ່າງໆ​ຮັບ​ເອົາ​ໄດ້​.

ວັນ​ທີ 9 ກັນຍາ​ນີ້, ທ່ານ​ອະພິສິດ​ກ່າວຢ່າງ​ຄັກ​ແນ່​ວ່າ, ພັກ​ປະຊາທິປັດຈະ​ບໍ່​ເຂົ້າ​ຮ່ວມ​ການ​ສົນ​ທະນາ​ໃນ​ເວທີ​ປຶກສາ​ຫາລື​ປະຕິ​ຮູບ​ການ​ເມືອງ, ​ແລະ​ຍຶ​ດໝັ້ນ​ຄັດຄ້ານ​ທີ່​ລັດຖະສະພາ​ສຳ​ຫຼວດພິຈາລະນາ​ຮ່າງ​ຂໍ້​ກຳນົດ​ອະ​ໄພ​ຍະ​ໂທດ,ແລະ​ກ່າວ​ວ່າ, ຂໍ້​ກຳນົດ​ນີ້​​ແມ່ນຍັດຕິ​ທີ່​ເຮັດ​ໃຫ້​ສັງຄົມ​ແບ່ງ​ແຍກ ຢ່າງ​ເຖິງ​ກົກ​ເຖິງ​ຮາກ​.