ຜົນ​ການເລືອກ​ຕັ້ງສະພາ​ແຫ່ງ​ຊາດ​​ໃນເບື້ອງ​ຕົ້ນຂອງ​ກຳປູ​ເຈຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ພັກ​ຄອງ​ອຳນາດ​ໄດ້​ຮັບ​ໄຊຊະນະ

(GMT+08:00) 2013-08-12 17:06:24     cri
ວັນ​ທີ 12 ສິງຫາ​ນີ້, ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກຳປູ​ເຈຍ​ໄດ້​ປະກາດ​ຜົນ​ການ​ເລືອກ​ຕັ້ງ​ໃນ​ເບື້ອງ​ຕົ້ນ, ພັກ​ປະຊາຊົນ​ກຳປູ​ເຈຍ​ເຊິ່ງ​ເປັນ​ພັກ​ຄອງ​ອຳນາດ​ທີ່​ນຳ​ໂດຍ​ທ່ານ​ຮຸນ​​​​ແຊນ, ນາຍົກລັດຖະມົນຕີກຳປູ​ເຈຍຄົນ​ປະຈຸ​ບັນ​ໄດ້​ຮັບ​ບັດ​ເລືອກ​ຕັ້ງ​ຫຼາຍ​ກວ່າ​ເຄິ່ງໜຶ່ງ, ​ໄດ້​ຊະນະ​ພັກ​ກູ້​ຊາດ​ເຊິ່ງ​ເປັນ​ພັກ​ຝ່າຍ​ຄ້ານຂອງກຳປູ​ເຈຍ. ຜົນ​ການ​ເລືອກ​ຕັ້ງ​​ໃນເບື້ອງ​ຕົ້ນ​ທີ່​ປະກາດ​​ໃນ​ເທື່ອ​ນີ້​ໄດ້​ສອດຄ່ອງ​ກັບສະຖິຕິ​ຂອງ​ພັກ​ປະຊາຊົນ​ກຳປູ​ເຈຍ​ໂດຍ​ພື້ນຖານ. ຕາມ​ຜົນ​ການ​ເລືອກ​ຕັ້ງ, ພັກ​ປະຊາຊົນ​ກຳປູ​ເຈຍຈະ​ໄດ້ 68 ທີ່​ນັ່ງ​, ພັກ​ກູ້​ຊາດ​ຈະໄດ້ 55 ທີ່​ນັ່ງໃນ​ສະພາ​ແຫ່ງ​ຊາດ.

ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກຳປູ​ເຈຍ​ກ່າວ​ວ່າ, ຖ້າວ່າ​ພັກ​ການ​ເມືອງ​ໃດໆ​ຮູ້ສຶກ​ບໍ່ພໍ​ໃຈ​ຕໍ່​ຜົນ​ການ​ເລືອກ​ຕັ້ງ, ກໍສາມາດ​ຟ້ອງ​ຮ້ອງ​ຕໍ່​ຄະນະ​ກຳມະການ​ເລືອກ​ຕັ້ງ​ຫຼື​ຄະນະ​ກຳມະການ​ລັດຖະທຳ​ມະນູນ​ກຳປູ​ເຈຍ​ໄດ້.
ພັກ​ກູ້​ຊາດ​ກ່າວ​ວ່າ​ປະຕິ​ເສດຕໍ່​ຜົນ​ການ​ເລືອກ​ຕັ້ງ​ດັ່ງກ່າວ, ​ແລະ​ຮຽກຮ້ອງ​ໃຫ້​ຕັ້ງຄະນະ​ສືບສວນ​ອິດສະຫຼະ​ຫຼາຍ​ຝ່າຍ​ທີ່​ມີ​ອົງການ​ສະຫະ​ປະຊາ​ຊາດ​ແລະ​ອົງການ​ຈັດ​ຕັ້ງສາກົນ​ເຂົ້າ​ຮ່ວມ, ​ເພື່ອ​ດຳ​ເນີນ​ການ​ສືບສວນ​ຕໍ່"ປະກົດ​ການລະ​ເມີດ​ກົດໝາຍ"​ໃນ​ຂະ​ບວນການ​ເລືອກ​ຕັ້ງ​, ຖ້າ​ບໍ່​ດັ່ງ​ນັ້ນ​ພັກ​ກູ້​ຊາດ​ຈະ​ຄັດຄ້ານ​ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່​ແລະ​ຈັດການ​ເຄື່ອນ​ໄຫວ​ປະ​ທ້ວງ​ໃນ​ທົ່ວ​ປະ​ເທດ.

ຕາມຖະ​ແຫງການ​ຫຼ້າ​ສຸດ​ຂອງ​ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກຳປູ​ເຈຍ, ຄະນະ​ກຳມະການ​ເລືອກຕັ້ງ​ແຫ່ງ​ຊາດ​ກຳປູ​ເຈຍ​ຈະ​ປະກາດ​ຜົນ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ໃນ​ໄລຍະ​ວັນ​ທີ 16 ສິງຫາ​ຫາ​ວັນ​ທີ 8 ກັນຍາ​ໜ້ານີ້​.