ຟີ​ລິບ​ປີນ​ແລະ​ອາ​ເມ​ລິ​ກາ​ຈະ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ອາ​ເມ​ລິ​ກາ​​ເພີ່ມກຳລັງ​ການ​ທະຫານ​ຢູ່​ຟີ​ລິ​ບປີນ

(GMT+08:00) 2013-08-13 17:04:30     cri
ວັນ​ທີ 12 ສິງຫາ​ນີ້, ລັດຖະບານ​ຟີ​ລິບ​ປີນ​ປະກາດ​ວ່າ, ຟີລິບ​ປີນ​ແລະ​ອາ​ເມ​ລິ​ກາ​ຈະ​ຈັດການ​ເຈລະຈາ​ສອງ​ຝ່າຍ​ຢູ່​ນະຄອນຫຼວງ​ມະນີລາ​ຂອງ​ຟີ​ລິບ​ປີນ​ໃນ​ວັນ​ທີ 14 ສິງຫາ​ນີ້, ​ເພື່ອ​ປຶກສາ​ຫາລື​ສັນຍາ​ຂອບ​ວ່າ​ດ້ວຍ​ອາ​ເມ​ລິ​ກາເພີ່ມກຳລັງ​ການ​ທະຫານ​ຢູ່​ຟີ​ລິບ​ປີນ.

​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ສິງຫາ​ນີ້, ທ່ານ​ອາ​ນ​ເບີດ ​ເດ​ວ​ໂຣຊາຣິ​ໂອ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຟີ​ລິບ​ປີນ​ກ່າວ​ວ່າ, ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ຟີ​ລິບ​ປີນ​ໄດ້​ວາງ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ເພີ່ມ​ຈຳນວນ​ທະຫານ​ໝູນວຽນ​ຂອງ​ອາ​ເມ​ລິ​ກາ​ປະຈຳ​ຟີ​ລິບ​ປີນ, ​ແລະ​ໄດ້​ບັນລຸ​ຄວາມ​ຮັບຮູ້​ທີ່​ເປັນ​ເອກະສັນກັນ. ​ໃນ​ການ​ປຶກສາ​ຫາລື​ສອງ​ຝ່າຍ​ໃນ​ຄັ້ງ​ນີ້, ຟີ​ລິບ​ປີນ​​ຈະ​ປຶກສາ​ຫາລື​ກັບ​ອາ​ເມ​ລິ​ກາກ່ຽວ​ກັບ​ການເຮັດ​ແນວ​ໃດ​​ເພື່ອໃຫ້​ນະ​ໂຍບາຍ​ດັ່ງກ່າວ​ຫັນ​ເປັນ​ລະບຽບ​ການ​ໄດ້.

ມື້​ດຽວ​ກັນ, ທ່ານ​ເຣນາ​ໂຕ ​ເຣ​ເຢັສ໌, ຜູ້​ຮັບ​ຜິດ​ຊອບ​ຂອງ "ສະຫະພັນ​ຮັກ​ຊາດ​ໃໝ່"​ເຊິ່ງ​ເປັນກຸ່ມ​ການ​ເມືອງ​ຝ່າຍ​ຊ້າຍ​ຟີ​ລິບ​ປີນ​​ໄດ້​ອອກ​ຖະ​ແຫຼ​ງການ​ຊີ້​ອອກ​ວ່າ, ສັນຍາ​ທີ່​ກຽມ​ຈະປຶກສາຫາລື​ນັ້ນ​ທຽບ​ກັບ​ສົນທິສັນຍາ​ຖານ​ທັບ​ໃນ​ເມື່ອ​ກ່ອນ​ແລ້ວ​ຍິ່ງ​ອັນຕະລາຍ​ກວ່າ, ​ເພາະ​ວ່າ​ຕາມ​ສັນຍາ​ດັ່ງກ່າວ, ທະຫານອາ​ເມ​ລິ​ກາຈະສາ​ມາດ​ເຄື່ອນ​ໄຫວ​​ໄດ້​ໃນ​ສິ່ງ​ການທະຫານ​ທຸກ​​ແຫ່ງ​ຂອງ​ຟີ​ລິບ​ປີນ, ຕາມ​ຂໍ້​ກຳນົດ​ຂອງ​ສັນຍາ​ທີ່​ກ່ຽວ​ຂ້ອງ​ລະຫວ່າງ​ຟີ​ລິບ​ປີນ​ກັບ​ອາ​ເມ​ລິ​ກາ​ໃນ​ປະຈຸ​ບັນ, ລັດຖະບານ​ຟີ​ລິບ​ປີນ​ບໍ່​ມີ​ສິດ​ຄວບ​ຄຸມອາວຸດ​ຍຸ​ໂທ​ປະກອນເຫຼົ່າ​ນີ້. ນີ້​ໝາຍ​ຄວາມ​ວ່າ​ທົ່ວ​ປະ​ເທດ​ຟີ​ລິບ​ປີນ​ຈະ​ກາຍ​ເປັນ​ຖານ​ທັບ​ແລະສາງ​ອາວຸດ​ຂອງ​ອາ​ເມ​ລິ​ກາ​ທັງ​ໝົດ.