ກຳປູ​ເຈຍ​ປະຕິ​ເສດ​ວ່າ​ບໍ່​ໄດ້ວ່າ​ບໍ່​ໄດ້ຢຸດ​ຕິ​ການ​ຮ່ວມ​ມືດ້ານ​ການ​ທະຫານ​ກັບ​ອາ​ເມ​ລິ​ກາ

(GMT+08:00) 2013-08-14 17:17:57     cri
ວັນ​ທີ 13 ສິງຫາ​ນີ້, ທ່ານ​ເນມ ​ໂຊ​ວັດ, ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງທີ່​ຮັບຜິດຊອບ​ນະ​ໂຍບາຍດ້ານ​ການ​ເມືອງ​ແລະ​ການ​ຕ່າງປະ​ເທດ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ກຳປູ​ເຈຍ​ກ່າວ​ວ່າ, ກຳປູ​ເຈຍ​ບໍ່​ໄດ້​ຢຸດຕິຊົ່ວຄາວ​ຫຼື​ຍົກ​ເລີກ​​ໂຄງການ​ຮ່ວມ​ມື​ດ້ານການ​ທະຫານ​ສາກົນ​ໃດໆ, ພຽງ​​ແຕ່​ແມ່ນ "​ເລື່ອນ​ເວລາ​ທາງ​ສັນຍາ" ໂຄງການ​ຈຳນວນ​ໜຶ່ງ​ເທົ່າ​ນັ້ນ.

ທ່ານ​ເນມ​ໂຊ​ວັດກ່າວ​ວ່າ, ສາ​ເຫດ​ທີ່​ການ​ເຄື່ອນ​ໄຫວ​ດ້ານການ​ທະຫານ​ຈຳນວນ​ໜຶ່ງ​ຖືກ "​ເລື່ອນ​ເວລາ​ທາງ​ສັນຍາ" ກໍ​ຍ້ອນ​ວ່າກຳປູ​ເຈຍ​ກະກຽມ​ຊັບພະຍາກອນ​ບໍ່​ພຽງພໍ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ດ້ານ​ການ​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ.​

ວັນ​ທີ 12 ສິງຫາ​ນີ້, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ກະຊວງ​ປ້ອງ​ກັນ​ປະ​ເທດ​ກຳປູ​ເຈຍ​ໄດ້​ເລື່ອນ​​ເວລາ​ຫຼື​ຍົກ​ເລີກ​ໂຄງການ​ຮ່ວມ​ມື​ການ​ທະຫານ​ສາກົນກັບ​ອາ​ເມ​ລິ​ກາ​ຈຳນວນ​ໜຶ່ງ, ​ແຕ່​ບໍ່​ຮູ້​ສາ​ເຫດ.

ອາ​ເມ​ລິ​ກາ​ໄດ້​ສະໜອງ​ການ​ຊ່ອຍ​​ເຫຼືອ​ຫຼາຍກວ່າ  70 ລ້ານ​ໂດ​ລາ​ໃຫ້​ແກ່​ກຳປູ​ເຈຍ​ໃນ​ແຕ່ລະ​ປີ, ​ໃນ​ນັ້ນ​ມີ​ຈຳນວນ​ໜຶ່ງ​ໄດ້​ຊ່ອຍ​ເຫຼືອ​ດ້ານ​ການ​ທະຫານ, ກ່ຽວ​ພັນ​ເຖິງ​ຄວາມ​ປອດ​ໄພ​ທາງ​ທະ​ເລ, ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ແລະ​ການ​ຊ່ອຍ​ເຫຼືອ​ດ້ານ​ມະນຸດສະທຳ​ເປັນ​ຕົ້ນ.