ມະ​ເລ​ເຊຍ​ຈະ​ໃຊ້​ເຄື່ອງ​ຕິດຕາມ​ເອ​ເລັກ​ໂຕຼນິກ​ເພື່ອ​ຕິດຕາມ​ຜູ້​ຕ້ອງ​ຫາ​ທີ່​ຍັງ​ບໍ່​ທັນ​ຖືກ​ຕັດສິນ​ວ່າ​ມີ​ໂທດ

(GMT+08:00) 2013-08-19 13:34:58     cri
ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ຄາ​ລິດ ອາ​ບູ ບາຄາ, ຫົວໜ້າ​ກົມ​ໃຫຍ່ຕຳຫຼວດ​ມະ​ເລ​ເຊຍ​ກ່າວ​ວ່າ, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ​ຕໍ່​ກົມ​ໃຫຍ່​ກວດກາ, ​ເພື່ອ​ປັບປຸງ​ກົດໝາຍ​ປ້ອງ​ກັນ​ຜູ້​ຕ້ອງ​ຫາ​ສະບັບ​ປະຈຸ​ບັນ​ໃຫ້​ສົມບູນ​ຂຶ້ນ. ພາຍຫຼັງ​ສຳ​ເລັດ​ການ​ດັດ​ແກ້​ແລ້ວ, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈະ​ໃຊ້​ເຄື່ອງ​ຕິດຕາມ​ເອ​ເລັກ​ໂຕຼນິກ​ເພື່ອ​ຕິດຕາມ​ຜູ້​ຕ້ອງ​ຫາ​ທີ່​ຍັງ​ບໍ່​ທັນ​ຖືກ​ຕັດສິນ​ມີ​ໂທດ.

​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ສິງຫາ​ນີ້, ທ່ານ​ຄາ​ລິດ​ກ່າວ​ວ່າ, ອີງ​ຕາມ​ກົດໝາຍ​​ໃນ​ປະຈຸ​ບັນ, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ພຽງ​ສາມາດ​ຕິດ​ຕັ້ງ​ເຄື່ອງ​ຕິດຕາມ​ເອ​ເລັກ​ໂຕຼນິກ​ໃສ່​ຜູ້​ທີ່​ຖືກ​ຕັດສິນ​ວ່າ​ມີ​ໂທດ​ແລ້ວ. ພາຍຫຼັງ​ການ​ດັດ​ແກ້​ກົດໝາຍ​ດັ່ງກ່າວ​ແລ້ວ, ຈະ​ສາມາດ​ອຳນວຍ​ໃຫ້​ຕຳຫຼວດ​ນຳ​ໃຊ້​ກົດໝາຍ​ດັ່ງກ່າວ​ນີ້​ໄດ້​ເປັນ​ຢ່າງ​ດີ, ​ໃຊ້​ເຄື່ອງ​ຕິດຕາມ​ເອ​ເລັກ​ໂຕຼນິກຕິດຕາມ​ຜູ້ທີ່​ອາດ​ຈະ​ກະທຳ​ຜິດ​ກົດໝາຍ​ທັງ​ໝົດ​ເຊິ່ງລວມທັງ​ຜູ້​ກະທຳ​ຜິດ​ທີ່​ຖືກ​ກັກ​ຕົວຢ່າງ​ຮີບ​ດ່ວນ​ນັ້ນ​ໃນ​ທັນທີ, ​ເພື່ອ​ປ້ອງ​ກັນ​ອາ​ຊະ​ຍາ​ກຳ​ຢ່າງຮອບດ້ານ.