ກອງປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນຄັ້ງ​ທີ 10 ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 3 ຫາ​ວັນ​ທີ 5 ກັນຍາ​ໜ້ານີ້

(GMT+08:00) 2013-08-20 16:43:42     cri
ສຳນັກງານ​ເລຂາ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນ​ແຈ້ງ​ຂ່າວ​ວ່າ, ກອງປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຈີນ-ອາ​ຊຽນຄັ້ງ​ທີ 10 ຈະ​ຈັດ​ຂຶ້ນຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ຂອງ​ຈີນ​ແຕ່​ວັນ​ທີ 3 ຫາ​ວັນ​ທີ 5 ກັນຍາ​ໜ້ານີ້. ຫົວ​ຂໍ້​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ປີ​ນີ້​ແມ່ນ "ຊຸກຍູ້​ການ​ເຊື່ອມ​ໂຍງ​ກັນ, ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ຂະ​ແໜງ​ການ", ກອງ​ປະຊຸມ​ສຸດ​ຍອດ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງ​ໜ້າ​ໃນການ​ຊຸກຍູ້​ການ​ສົນທະນາ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຈີນ​ອາ​ຊຽນ, ພະຍາຍາມ​ຊຸກຍູ້​ການ​ເຊື່ອມ​ໂຍງ​ກັນ​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ປະກອບສ່ວນ​ເຂົ້າ​ໃນ​ການ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານເສດຖະກິດ​ການ​ຄ້າ​ໂດຍ​ສະ​ເພາະ​​ແມ່ນ​ການ​ຮ່ວມ​ມື​ດ້ານ​ຂະ​​ແໜງ​ການລະຫວ່າງ​ຈີນ​ກັບ​ອາ​ຊຽນ.

​ຂ່າວ​ແຈ້ງວ່າ, ນອກຈາກ​ພິທີ​ໄຂ​ກອງປະຊຸມ​ແລ້ວ, ​ໃນກອງ​ປະຊຸມ​ສຸດ​ຍອດ​ປີ​ນີ້​ຍັງ​ຈະ​ມີການ​​ເຄື່ອນ​ໄຫວ​ຕ່າງໆ​ເຊັ່ນ: ກອງ​ປະຊຸມ​ສົນທະນາ​ການ​ຮ່ວມ​ມື​ດ້ານເສດຖະກິດ​ການ​ຄ້າ​ເນື່ອງ​ໃນ​ໂອກາດຈີນ​ອາ​ຊຽນສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຄົບຮອບ 10 ປີ; ກອງ​ປະຊຸມສົນທະນາ​ໂຕະມົນ​ລະຫວ່າງ​ຜູ້ນຳ​ຟີ​ລິບ​ປີນ​ກັບປະທານ​ອົງການ​ບໍລິຫານ​ຫຼືCEOຂອງ​ວິ​ສາ​ຫະກິດ​ຈີນ; ກອງ​ປະຊຸມ​ຄະນະ​ມົນຕີ​ການ​ຄ້າ​ຈີນ​ຟີ​ລິບ​ປີນ​ຄັ້ງ​ທີ​ສອງ; ​ເວທີ​ປຶກສາ​ຫາລື​ທາງ​ອິນ​ເຕີ​ເນັດ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ຕົວ​ເມືອງ​ທ່າ​ເຮືອ​ຈີນ​ອາ​ຊຽນ​ແລະ​ເວທີ​ປຶກສາ​ຫາລື​ຜູ້ນຳ​ສະມາຄົມ​ການ​ຄ້າ​ຈີນ​ອາ​ຊຽນ​ເປັນ​ຕົ້ນ.