ເຮືອນວັດທະນະທຳທີ່​ມີ​ສີສັນ​ພິ​ເສດຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ໃນ​ງານ​ມະຫາ​ກຳກິລາຊາວ​ໜຸ່ມ​ອາ​ຊີ

(GMT+08:00) 2013-08-20 14:20:12     cri

ຕາມ​ຂ່າວCRI: ​ໃນ​ງານ​ມະຫາ​ກຳກິລາ​ຊາວ​ໜຸ່ມອາ​ຊີຄັ້ງ​ທີ 2 ທີ່​ກຳລັງ​ດຳ​ເນີນຢູ່​ນະຄອນນານ​ກິ່ງ​ຂອງ​ຈີນ, ​ເຮືອນ​ວັດທະນະທຳ​ປະ​ເທດ​ອາຊີ​ອອກສຽງ​ໃຕ້ໃນ "ບ້ານ​ວັດທະນະທຳ​ອາຊີ" ​ໄດ້​ລວບ​ລວມສິລະ​ປະການ​ສະ​ແດງຕໍ່​ນັກ​ກິລາ​ປະ​ເທດ​ຕ່າງໆ​ໃນ​ອາຊີ​ຢູ່​ບ້ານ​ນັກ​ກິລາ​ຊາວ​ໜຸ່ມ​ອາຊີ​ ​ແຕ່​ວັນ​ທີ 19 ຫາ ວັນ​ທີ 21 ສິງຫານີ້.

ໃນ​ຂະນະ​ທີ່ການ​ສະ​ແດງ​ຮີດຄອງ​ປະ​ເພນີ ​ແລະ ​ວັດທະນະທຳ​ທີ່​ມີ​ເອກະລັກ​ສະ​ເພາະ​ຕົວຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ​ເຮືອນ​ວັດທະນະທຳ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ເຫຼົ່າ​ນີ້​ຍັງ​ເອົາ​ໃຈ​​ໃສ່​ການ​ແລກປ່ຽນ​ກັບ​ນັກ​ກິລາ​ທີ່​ມີ​​ເອກະລັກ​ສະ​ເພາະ​ຕົວ​ອັນ​ພົ້ນ​ເດັ່ນ. ນັກ​ກິລາ​ເຍົາວະ​ຊົນ ​ແລະ ຊາວ​ໜຸ່ມ​ຂອງ​ປະ​ເທດ​ຕ່າງໆ​ຊົມຮູບ​ພາບຂໍ້​ມູນ​ເອກະສານ, ​ວັດຖຸ​ເຄື່ອງ​ໃຊ້​ຈິງ ​ແລະ ຮູບ​ຈຳລອງ​ຕ່າງໆ, ​ແລກປ່ຽນ​​ເຊິ່ງກັນ​ແລະ​ກັນ, ​ເພິ່ມຄວ​າມ​ເຂົ້າ​ໃຈ​ກັນ. ນອກ​ນີ້, ນັກ​ກິລາ​ທັງຫຼາຍຍັງ​​ໄດ້​ພັກຜ່ອນຢ່ອນ​ອາລົມ​ໂດຍ​ຜ່ານ​ການສະ​ແດງ​ສິນລະປະ, ຫຼິ້ນ​ເກ​ມ ເປັນ​ຕົ້ນ.

1 2 3