ຄະນະ​ກຳມະການ​ລັດຖະທຳ​ມະນູນ​ກຳປູ​ເຈຍ​ຈັດ​ກອງ​ປະຊຸມ​ເພື່ອ​ແກ້​ໄຂ​​ການ​ຮ້ອງ​ຟ້ອງ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ

(GMT+08:00) 2013-08-21 14:44:30     cri
ວັນ​ທີ 20 ສິງຫາ​ນີ້, ຄະນະ​ກຳມະການ​ລັດຖະທຳ​ມະນູນ​ກຳປູ​ເຈຍ​ໄດ້​ຈັດ​ກອງ​ປະຊຸມ​ຄົບ​ຄະນະ, ​ເພື່ອ​ປຶກສາ​ຫາລື​ການ​ຮ້ອງ​ຟ້ອງ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຂອງ​ພັກ​ກູ້​ຊາດ​ເຊິ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ຂອງ​ກຳປູ​ເຈຍ.

ຕາມ​ຖະ​ແຫຼ​ງການ​ທີ່​ຄະນະ​ກຳມະການ​ລັດຖະທຳ​ມະນູນ​ກຳປູ​ເຈຍ​ປະກາດ​, ຄະນະ​ກຳມະການ​ລັດ​ຖະທຳ​ມະນູນ​ໄດ້​ຮັບ​ການ​ຮ້ອງ​ຟ້ອງກ່ຽວ​ກັບ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດລວມທັງ​ໝົດ​ 33 ​ຄະດີ, ​ແລະ​ໄດ້​ແກ້​ໄຂ​ແລ້ວ 14 ຄະດີ. ການຈັດ​ກອງ​ປະຊຸມ​ເທື່ອ​ນີ້​ແມ່ນ​ເພື່ອ​ແກ້​ໄຂ​ການ​ຮ້ອງ​ຟ້ອງ 19 ຄະດີ​ທີ່​ຍັງ​ບໍ່​ທັນ​​ແກ້​ໄຂ​ເທື່ອ, ​ໃນ​ນັ້ນ​ມີ 9 ຄະດີ​ແມ່ນຮ້ອງ​ຟ້ອງໂດຍ​ພັກ​ກູ້​ຊາດ​ກຳປູ​ເຈຍ.

ທ່ານ​ເທັບ​ນິທາ, ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກຳປູ​ເຈຍ​ເຄີຍ​ກ່າວ​ວ່າ, ຄາດ​ວ່າ​ຄະນະ​ກຳມະການ​ລັດຖະທຳ​ມະນູນ​ຈະ​ແກ້​ໄຂ​ການ​ຮ້ອງ​ຟ້ອງ​ທັງ​ໝົດ​ພາຍໃນ​ເວລາ​ສອງ​ອາທິດ, ຜົນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຈະ​ປະກາດ​​ໃນ​ວັນ​ທີ 8 ກັນຍາ​ໜ້າ​ນີ້​ຢ່າງ​ເປັນ​ທາງ​ການ.