ທ່ານ​ສຸລິນ ພິດ​ສຸວັນ​ກ່າວ​ວ່າ, ​ເສັ້ນທາງ​ຮ່ວມ​ມື​ຈີນ-ອາ​ຊຽນຈະ​ນັບ​ມື້​ນັບ​ກວ້າງຂວາງ

(GMT+08:00) 2013-08-22 11:10:38     cri
ຫວ່າງ​ມໍ່ໆ​ນີ້​ໃນ​ເວລາ​ໃຫ້​ສຳພາດ​ຂ່າວ, ​ທ່ານ​ສຸລິນ ພິດ​ສຸວັນ, ອະດີດ​ເລຂາທິການ​ໃຫຍ່​ອາ​ຊຽນ, ນັກ​ການທູດທີ່​ມີ​ຊື່​ສຽງ​ຂອງ​ໄທ​ກ່າວ​ວ່າ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຜ່ານຂະ​ບວນການ​ຂະຫຍາຍຕົວ​ທີ່​ເປັນ​ເວລາ 10 ປີ, ​ແລະ​ໄດ້​ສ້າງ​ກົນ​ໄກ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດຢ່າງ​ຮອບດ້ານ. ​ໃນ​ອະນາຄົດ, ​ເສັ້ນທາງ​ຮ່ວມ​ມື​ຈີນ​ອາ​ຊຽນຈະ​ນັບ​ມື້​ນັບ​ກວ້າງຂວາງ​​ບົນ​ພື້ນຖານ​ດັ່ງກ່າວ.

ທ່ານ​ສຸລິນ​ ພິດ​ສຸວັນກ່າວ​ວ່າ, ຍ້ອນ​ວ່າ​ຜູ້ນຳ​ຈີນ​ຊຸດ​ໃໝ່​ເອົາ​ໃຈ​​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ພົວພັນ​ກັບ​ອາ​ຊຽນ, ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ໄດ້​ກ່ຽວ​ພັນ​ເຖິງ​​ເສດຖະກິດ, ວັດທະນະທຳ​ແລະ​ຂົງ​ເຂດ​ຕ່າງໆ, ​ແມ່ນ​ກົນ​ໄກຮ່ວມ​ມື​ທີ່​ຕ່າ​ງຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ທ່ານ​ເຫັນ​ວ່າ, ພາຍ​ໃຕ້​ການ​ເຂົ້າ​ຮ່ວມ​ແລະ​ການ​ສະໜັບສະໜູນ​ຂອງ​ຈີນ, ​ໃນ​ອະນາຄົດ, ການ​ພົວພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນຈະກາຍ​ເປັນ​ກົນ​ໄກ​ເສດຖະກິດ​ເຊື່ອມ​ໂຍງ​ເຂົ້າກັນ​ທີ່​ປົກ​ຫຸ້ມ​ອາຊີ​ຕາ​ເວັນ​ອອກ​ທັງ​ໝົດ​ເທື່ອ​ລະ​ກ້າວ.

ທ່ານ​ສຸລິນ​ ພິດ​ສຸວັນ ສະ​ເໜີ​ວ່າ, ​ເສັ້ນທາງ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນທີ່ນັບ​ມື້​ນັບ​ກວ້າງຂວາງຂຶ້ນນັ້ນ, ຕ້ອງ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແລະ​ເພີ່ມ​ທະວີ​ການ​ຕິດ​ຕໍ່​ພົວພັນ​ກັນ, ສ້າງ​ເວທີ​ຮ່ວມ​ມື​ຫຼາຍ​ກວ່າ​ເກົ່າ, ຊຸກຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່.