ການ​ສົນທະນາ​ດ້ານຍຸດ​ທະ​ສາດຂອງ​ຜູ້​ຊົງ​ຄຸນ​ວຸດ​ທິ 11 ປະ​ເທດ​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ

(GMT+08:00) 2013-09-02 14:50:45     cri
​ເວທີ​ປຶກສາ​ຫາລື​ການ​ສົນທະນາດ້ານ​ຍຸດ​ທະ​ສາດ​ຂອງ​ຜູ້​ຊົງ​ຄຸນ​ວຸດ​ທິຈີນ​ອາ​ຊຽນປີ 2013 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ຂອງ​ຈີນ​ໃນ​ອາທິດ​ແລ້ວ​ນີ້. ຜູ້ຕາງໜ້າ​ທີ່​ມາ​ຈາກ​ຈີນ, ສິງກະ​ໂປ, ຫວຽດນາມ​ແລະ​ຟີ​ລິບ​ປີນ​ເປັນ​ຕົ້ນ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເພີ່ມ​ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ​ແລະ​ເພີ່ມ​ຄວາມ​ຮັບ​ຮູ້​ເປັນ​ເອກະສັນ​ກັນ.

​ເວທີ​ປຶກສາ​ຫາລື​ເທື່ອ​ນີ້​ທີ່​ດຳ​ເນີນ​ເປັນ​ເວ​ລາ 2 ວັນ​​ຍັງ​ໄດ້​ປຶກສາ​ຫາລື​ 5 ຫົວ​ຂໍ້ຫຼັກ​ຄື: "ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ: ການ​ທົບ​ທວນຄືນ​ແລະຄວາມ​ຄອງ​ຄອຍ​ຕໍ່​ຈີນ​ອາ​ຊຽນສ້າ​ງການພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຄົບຮອບ 10 ປີ" "ການ​ປ່ຽນ​ແປງ​ໂຄງ​ປະກອບ​ເສດຖະກິດ: ການ​ລົງທຶນ​ເຊິ່ງ​ກັນ​ແລະ​ກັນ​ແລະ​ການ​ຮ່ວມ​ມື​ດ້ານ​ຂະ​ແໜງ​ການ" "ຄວາມ​ປອດ​ໄພ​ທີ່ບໍ່​ເປັນ​ມູນ​ເຊື້ອ: ສິ່ງ​ທ້າ​ທາຍ​ແລະ​ວິທີ​ຮັບ​ມື" "ການ​ຮ່ວມ​ມື​ໃນ​ອະນຸ​ພາກ​ພື້ນ: ສະພາບ​ການ​ປັດຈຸບັນ​ແລະ​​ອະນາຄົດ" "ບົດຮຽນ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນ​ແລະ​ອື່ນໆ".

ຫົວ​ຂໍ້​ກ່ຽວ​ກັບທະນາຄານ​ຈີນ​ອາ​ຊຽນ​ໄດ້​ປຶກສາ​ຫາລື​ຢູ່​ເວທີ​ປຶຄັ້ງ​ນີ້ກສາ​ຫາລື​ເປັນຄັ້ງທຳ​ອິດ. ທ່ານ​ຫວງ​ຈື້ຢຸງ, ຮອງ​ຫົວໜ້າ​ສະພາ​ບັນດິດວິທະຍາສາດ​ສັງຄົມ​ເຂດ​ກວາງຊີ​ສະ​ເໜີ​ວ່າ, ສ້າງ​ທະນາຄານ​ຈີນ​ອາ​ຊຽນຢູ່​ນະຄອນ​ນານ​ນິງຂອງ​ເຂດ​ກວາງຊີ​ທີ່​ນຳ​ໂດຍ​ລັດຖະບານ​ຈີນ, ຈະສາມາດ​ເສີມ​ຂະ​ຫຍາຍບົດບາດສຳຄັນ​ກ່ຽວ​ກັບ​ການ​ຊຸກຍູ້​ໃຫ້​​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນຍົກ​ລະດັບ​ແລະສາມາດ​ຮັບ​ມື​ກັບ​ວິ​ກິດ​ການ​ດ້ານການ​ເງິນ​ສາກົນ​​ໄດ້.