ກອງ​ປະຊຸມ​ສະ​ໄໝວິສາມັນລະດັບລັດຖະມົນຕີ​ຄົມມະນາ​ຄົມ​ຈີນ​ອາ​ຊຽນຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ

(GMT+08:00) 2013-09-03 11:02:02     cri
ວັນ​ທີ 2 ກັນຍາ​ນີ້, ກອງ​ປະຊຸມສະ​ໄໝວິສາມັນລະດັບ​ລັດຖະມົນຕີ​ຄົມມະນາຄົມ​ຈີນ​ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີຂອງ​ຈີນ, ກອງ​ປະຊຸມ​ຕົ້ນຕໍ​ໄດ້​ປຶກສາ​ຫາລືຮ່ວມ​ກັນ​​ເຮັດ​ແນວ​ໃດ​ເພື່ອ​ຊຸກຍູ້​ການ​ຕິດ​ຕໍ່​ພົວພັນ​ແລະ​ການ​ຮ່ວມ​ມື​ທາງບົກ​ແລະ​ທາງ​ທະ​ເລ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ, ​ແລະ​ໄດ້​ປະກາດ "ຖະ​ແຫຼ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ​ສະ​ໄໝວິສາມັນ​ລະດັບລັດຖະມົນຕີ​​ຄົມມະນາຄົມ​ຈີນ​ອາ​ຊຽນ"

ຖ​ະ​ແຫຼ​ງການ​ດັ່ງກ່າວ​ລວມມີ​ຂໍ້​ຕົກລົງ​ຮ່ວມ 6 ຂໍ້​ຄື: ​ປັບປຸງ​ກົນ​ໄກ​ວຽກ​ງານ​ໃຫ້​ສົມບູນ​ຂຶ້ນ, ປະດິດສ້າງ​ເວທີ​ຫ້າງ​ຫາ​ເງິນ​ທຶນ​ໃໝ່, ​ວາງ​ແຜນການ​​ເຊື່ອມຈອດ​ກັນ​ໃຫ້​ດີ, ຊຸກຍູ້​ໃຫ້​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ, ຖືສຳຄັນ​ການ​ຮ່ວມ​ມື​ທາງບົກ​ແລະ​ທາງ​ທະ​ເລ​, ​ເອົາ​ໃຈ​ໃສ່​ການ​ພັດທະນາ​ຢ່າງ​ດຸນ​ດ່ຽງ.

ຖະ​ແຫຼ​ງການ​ຂຽນ​ວ່າ, ​ເພື່ອ​ຊຸກຍູ້​ການ​ຕິດ​ຕໍ່​ພົວພັນ​​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນຢ່າງ​ດຸນ​ດ່ຽງ, ສອງ​ຝ່າຍຄວນ​ຖືສຳຄັນ​ການ​​​ເຊື່ອມ​ຕໍ່​ລະ​ຫວ່າງ​ຈີນ​ກັບປະ​ເທດ​ອາ​ຊຽນ, ກໍ່​ຄວນ​ເອົາ​​ໃຈ​ໃສ່​ການ​ຕິດ​ຕໍ່​ພົວພັນ​ກັນ​ລະຫວ່າງ​ສະມາຊິກປະ​ເທດ​ອາ​ຊຽນດ້ວຍ​ກັນ, ​ແລະ​ໃຫ້​ໜ່ວຍ​ງານ​ຊຸກຍູ້​ການ​ຕິດ​ຕໍ່​ພົວພັນ​ສະ​ເໜີ​ໂຄງການ​​ເພື່ອ​ສົ່ງ​ເສີມ​ການ​​ເຊື່ອມຈອດ​ຈີນ​ກັບປະ​ເທດ​ສະມາຊິກ​ອາ​ຊຽນ​ໂດຍ​ໄວ.