ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 10 ​ໄດ້​ຮັບ​ໝາກຜົນ​ອັນ​ອຸດົມສົມບູນ

(GMT+08:00) 2013-09-06 14:25:58     cri
ວັນ​ທີ 5 ກັນຍາ​ນີ້, ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ຊັ້ນສູງ​ຂອງ​ງານ​ວາງສະ​ແດ​ງສິນຄ້າ​ຈີນ​ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ນານ​ນິງ. ​ເຈົ້າ​ໜ້າ​ທີ່ຊັ້ນ​ສູງ​ທີ່​ມາ​ຈາກ​ຈີນ, 10 ປະ​ເທດ​ອາ​ຊຽນ​ແລະ​ສຳນັກງານ​ກອງເລຂາ​ອາ​ຊຽນ​ໄດ້​ຕີ​ລາຄາ​​ສູງ​ຕໍ່​ໝາກຜົນ​ທີ່​ໄດ້​ຮັບ​ຂອງ​ງານ​ວາງສະ​ແດງສິນຄ້າ​ຈີ​ນອາ​ຊຽນ​ເທື່ອ​ນີ້.

ທ່ານ​ຫຼີ້ອ້ານ, ຫົວ​ໜ້າ​ພະ​ແນ​ກອາຊີ​ຂອງ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນ​ເທື່ອ​ນີ້​ຈັດ​ຂຶ້ນ​ໃນ​ເວລາ​ສຳຄັນ​ທີ່​ຈີນ​ອາ​ຊຽນສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຄົບຮອບ 10 ປີ​ແລະ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນສ້າງ​ຕັ້ງ​ຂຶ້ນ​ຄົບຮອບ 10 ປີ, ​ໄດ້​ຮັບ​ຜົນງານ​ໃໝ່​ໃນ​ດ້ານ​ການ​ຊຸກຍູ້​ການ​ແລກປ່ຽນ​ມິດຕະພາບ, ລົງ​ເລິ​ກການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ​ແລະ​ອື່ນໆ, ​​ເພີ່ມ​ທະວີການ​ບົດບາດ​ໃຫ້​ສູງ​ເດັ່ນ​ຂຶ້ນເປັນ​ຕົ້ນ, ​ແລະ​ໄດ້​ຮັບການ​ຕີ​ລາຄາ​ໃນ​ລະດັບ​ສູງ​ຂອງ​ຜູ້ນຳ​ຂອງ​ປະ​ເທດ​ຕ່າງໆ​ແລະ​ຄວາມ​ເຫັນ​ດີ​ຢ່າງ​ກວ້າງຂວາງ​ຈາກ​ວົງ​ການ​ການ​ຄ້າ​ສອງ​ຝ່າຍ. ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ອາ​ຊຽນ, ປັບປຸງ​ແລະ​ພັດທະນາ​ເວທີ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ, ​ເຮັດ​ໃຫ້​ກາຍ​ເປັນ​ການ​ບໍລິການ​ການ​ກໍ່ສ້າງ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​​ໃຫ້​ໄດ້​ຍົກ​ກາ​ນະ​ໃຫ້​ດີກ​ວ່າ​ເກົ່າ, ຊຸກຍູ້​ການ​ພັດທະນາ​ຮ່ວມ​ກັນ​ແລະ​ຄວາມ​ຈະ​ເລີ​ນຮຸ່ງເຮືອງຮ່ວມ​ກັນ.

​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ປະ​ເທດ​ອາ​ຊຽນທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ຂອບ​ໃຈ​ນຳ​ວຽກ​ງານ​ທີ່​ມີ​ປະສິດທິ​ຜົນ​ຂອງ​ຈີນ, ​ແລະ​ໄດ້​ຕີ​ລາຄາ​​ສູງ​ຕໍ່​ການຈັດ​ງານ​ວາງສະ​ແດງ​ສິນຄ້າຈີນ​ອາ​ຊຽນຄັ້ງ​ທີ 10 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ຢ່າງ​ສຳ​ເລັດ​ຜົນ. ​ເຈົ້າ​ໜ້າ​ທີ່ຊັ້ນ​ສູງລ້ວນ​ແຕ່​ເຫັນ​ວ່າ, ງານ​ວາງສະ​ແດງ​ສິນຄ້າ​ມີ​ການ​ປະ​ດິດສ້າງ​​ໃໝ່​ແລະມີ​ຄວາມ​ກ້າວໜ້າ​​ຂຶ້ນໃນ​ທຸກ​ປີ. ​11 ປະ​ເທດ​ໄດ້​ລົງ​ເລິ​ການ​ສົນທະນາ​ແລະ​ການ​ຮ່ວມ​ມື​ໂດຍ​ຜ່ານ​​ເວທີງານ​ວາງສະ​ແດງ​ສິນຄ້າ. ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ປະ​ເທ​ດອາ​ຊຽນກ່າວ​ວ່າ, ຈະ​ເຮັດ​ວຽກ​ງານ​ຮ່ວມ​ກັນ​ຈັດ​ງານ​ວາງສະ​ແດງ​ສິນຄ້າ​ໃຫ້​ດີຂຶ້ນ, ຈັດ​ວາງ​ແລະ​ຊຸກຍູ້​​ໃຫ້​ວິ​ສາ​ຫະກິດ​ຂອງ​ປະ​ເທດ​ຕົນມາ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.

ກອງ​ປະຊຸມ​ຕົກລົງ​ວ່າ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 11 ຈະ​ຈັດ​ຂຶ້ນຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ຂອງ​ຈີນ​ແຕ່​ວັນ​ທີ 19 ຫາ​ວັນ​ທີ 22 ກັນຍາ​ປີ 2014.