ກຳປູ​ເຈຍ​ປະກາດ​ຜົນ​ການ​ເລືອກ​ຕັ້ງ​ລັດຖະສະພາ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2013-09-08 13:53:41     cri

ວັນ​ທີ 8 ກັນຍາ​ນີ້, ຄະນະ​ກຳມະການ​ເລືອກ​ຕັ້ງ​ ​ກຳປູ​ເຈຍ​ໄດ້​ປະກາດ​ຜົນ​ທາງ​ການ​ຂອງ​ການ​ເລືອກ​ຕັ້ງ​ລັດຖະສະພາ​ກຳປູ​ເຈຍ​ຊຸດ​ທີ 5,ພັກ​ປະຊາຊົນ​ກຳມະ​ເຈຍ​ ທີ່​ເປັນ​ພັກ​ກຳ​ອຳນາດນຳພາ​​ໂດຍ​ທ່ານ​ຮຸນ​ແຊັນ ນາຍົກລັດຖະມົນຕີກຳປູ​ເຈຍ​ໄດ້​ຮັບ​ໄຊ​ຊະນະ​ໃນ​ການ​ເລືອກ​ຕັ້ງ​ເທື່ອ​ນີ້, ຈະ​ສືບ​ຕໍ່​ນຳພາ​ປະ​ເທດ​ເຂົ້າ​ສູ່​ການ​ສ້າງສາ​ພັດທະນາ​ໃນ 5 ປີ​ຕໍ່ຫນ້າ​ນີ້.

ຜົນ​ທາງ​ການ​ທີ່​ຄະນະ​ກຳມະການ​ເລືອກ​ຕັ້ງ​ຂອງ​ກຳປູ​ເຈຍ​ປະກາດ​ໃນ​ວັນ​ທີ 8 ກັນຍາ​ນີ້​ເປັນ​ເອກະສັນ​ກັນ​ກັບ​ຜົນ​ເບື້ອງ​ຕົ້ນ​ທີ່​ປະກາດ​ໃນ​ວັນ​ທີ 12 ສິງຫາ​ຜ່ານ​ມາ,ຄື: ພັກ​ປະຊາຊົນ​ກຳປູ​ຈ​ເຍ​ໄດ້​ຮັບ​ 68 ທີ່​ນັ່ງ​ໃນ​ຈຳນວນ 123 ທີ່​ນັ່ງ​ຂອງ​ລັດຖະສະພາ, ພັກ​ກູ້​ຊາດ​ກຳປູ​​ເຈຍ​ທີ່​ເປັນ​ພັກ​ຝ່າຍຕໍ່​ຕ້ານ​ໄດ້​ຮັບ 55 ທີ່​ນັ່ງ.

ວັນ​ທີ 7 ກັນຍາ​ນີ້, ພັກ​ກູ້​ຊາດ​ໄດ້​ຈັດ​ງານ​ຊຸມນຸມ​ຂະຫນາດ​ໃຫຍ່​ທີ່​ມີ​ປະມານ 2 ຫມື່ນ​ຄົນ​ເຂົ້າ​ຮ່ວມ​ຢູ່​ນະຄອນຫລວງ​ພະນົມ​ເປັນ, ປະ​ທ້ວງ​ຜົນ​ເບື້ອງ​ຕົ້ນ​ຂອງ​ການ​ເລືອກ​ຕັ້ງ, ຮຽກຮ້ອງ​ໃຫ້​ສ້າງ​ຕັ້ງ​ຄະນະ​ກຳມະການ​ສຳ​ຫລວດ​ທີ່ ອິສະຫລະ, ​ເພື່ອ​ສຳ​ຫລວດ​ຕໍ່​ການ​ເລືອກ​ຕັ້ງ​ຄືນ​ໃຫມ່. ກ່ອນ​ຫນ້າ​ນີ້, ຄະນະ​ກຳມະການ​ເລືອກ​ຕັ້ງ​​ກຳປູ​ເຈດ​ຍ, ຄະນະ​ກຳມະການ​ລັດຖະທຳ​ມະນູນ​ກຳປູ​​ເຈຍ​ໄດ້​ຢັບຢັ້ງ​ການ​ກ່າວ​ຫາຂອງ​ພັກ​ກູ້​ຊາດ​ກ່ຽວ​ກັບ​ການ​ເລືອກ​ຕັ້ງຜິດ​ລະບຽບ​ການ.

ວັນ​ທີ 7 ​ແລະ​ວັນ​ທີ 30 ສິງຫາ​ຜ່ານ​ມາ, ສົມ​ເດັດ​ສີຫະ​ໂມ​ນີ ​ເຈົ້າ​ຊີວິດ​ກຳປູ​​ເຈຍ​ຊົງ​​ໄດ້​ປະກາດສານ​ຮຽກຮ້ອງ​ພັກ​ປະຊາຊົນ​ແລະ​ພັກ​ກູ້​ຊາດ​ຈົ່ງ​​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ໃນ​ການ​ເລືອກ​ຕັ້ງ​ໂດຍ​ສັນຕິ, ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ປະ​ເທດ.