ການ​ປຶກສາ​ຫາລື​ລະຫວ່າງ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ສອງ​ພັກ​ກຳປູ​ເຈຍ​ກ່ຽວ​ກັບ​ກໍລະນີ​ທີ່​ມີການ​​ໂຕ້​ຖຽງ​ກັນຂອງ​ການ​​ເລືອກ​ຕັ້ງ​ທົ່ວ​ໄປ​ໄດ້​ຮັບ​ຄວາມ​ຄືບ​ໜ້າ

(GMT+08:00) 2013-09-18 14:28:49     cri
ວັນ​ທີ 17 ກັນຍານີ້, ທ່ານ​ຮຸນ​​ແຊນ, ຮອງ​ປະທາ​ນພັກ​ປະຊາຊົນ​ ນາຍົກລັດຖະມົນ​ຕິ​ກໍາປູ​ເຈຍ​ໄດ້​ຈັດການ​ປຶກສາ​ຫາລື​ຮອບ​ທີ​ສາມກັບ​ທ່ານ​ສໍາ​ຣັງສີ, ປະທານ​ພັກ​ກູ້​ຊາດ​ຢູ່​ຫໍ​ສະພາ​​ແຫ່ງ​ຊາດກ່ຽວ​ກັບ​ກໍລະນີ​ທີ່​ມີການ​​ໂຕ້​ຖຽງ​ກັນຂອງ​ການ​​ເລືອກ​ຕັ້ງ​ທົ່ວ​ໄປ, ສອງ​ຝ່າຍ​ໄດ້​ມີຄວາມ​ຮັບ​ຮູ້​ເປັນ​ເອກະສັນ​ກັນ​ຕື່ມ​ອີກ.

ທ່ານ​ອິມ ​ໂຊ​ວັນນະ, ​ໂຄສົກ​ພັກ​ກູ້​ຊາດ​ກ່າວ​ວ່າ, ສອງ​ຝ່າຍ​ໄດ້​ລົງ​ເລິກ​ຄົ້ນຄວ້າ​ປຶກສາ​ຫາລື​ກ່ຽວ​ກັບ​​ການ​ປະຕິ​ຮູບ​ອົງການ​ຈັດ​ຕັ້ງ​ສຳຄັນຕ່າງໆ​ຂອງ​ລັດ. ຫຼັກ​ໝັ້ນ​ຂອງ​ພັກ​ກູ້​ຊາດ​ບໍ່​ມີ​ການ​ປ່ຽນ​ແປງ. ຫຼັກ​ໝັ້ນ​ຂອງ​ສອງ​ຝ່າຍ​ຄ້າຍຄື​ກັນ, ​ແຕ່​ຍັງ​ຕ້ອງມີການ​ສືບ​ຕໍ່​ເຈລະຈາ​ກັນຕື່ມ​ອີກ, ພະຍາຍາມ​ກ້າວ​ເຖິງ​ຂັ້ນ​ມີຄວາມ​​ເຫັນ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ບັນຫາ​ທີ່​ກ່ຽວຂ້ອງ​ກ່ອນ​ການ​ໄຂ​ກອງ​ປະຊຸມສະພາ​ແຫ່ງ​ຊາດ​ຊຸດ​ໃໝ່​ໃນວັນ​ທີ 23 ກັນຍາ​ນີ້.

ທ່ານ​ປຼັກ​ໂຊ​ຄົນ, ​​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ພັກ​ປະຊາຊົນ​ກ່າວ​ວ່າ, ຜູ້ນຳ​ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ຕັດສິນ​ໃຈ​ແລະ​ຄວາມ​ໝັ້ນ​ໃຈ​ທີ່​ຈະແກ້​ໄຂ​ບັນຫາ​ດ້ວຍ​ການ​ປຶກສາ​ຫາລື​​ແລະ​ການ​ເຈລະຈາ. ​ເຖິງ​ວ່າ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນກໍ​ຕາມ, ​ແຕ່​ສອງ​ຝ່າຍ​ຈະ​ສືບ​ຕໍ່​ຫຼຸດຜ່ອນ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ດ້ວຍ​ການ​ເຈລະຈາ.