3 ທີມຣັກບີ້ 7s ຂອງລາວ ຈະເປັນຕົວແທນເຂົ້າແຂ່ງຂັນໃນເວທີສາກົນ

(GMT+08:00) 2013-09-18 17:02:33     cri
     ຕາມຂ່າວ CRI: ສະຫະພັນຣັກບີ້ແຫ່ງຊາດລາວ ກຽມສົ່ງທີມຊາດກິລາຣັກບີ້ລາວເຂົ້າຮ່ວມການແຂ່ງຂັນລະດັບສາກົນໃນທ້າຍເດືອນກັນຍານີ້.


   ພິທີຖະແຫຼງຂ່າວໄດ້ຈັດຂື້ນໃນວວັນທີ 18 ກັນຍານີ້, ທີ່ສະມາຄົມນັກຂ່າວລາວ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມສະນຸກ ມີໄຊ ປະທານສະມາຄົມນັກຂ່າວລາວ, ພ້ອມດ້ວຍຄູຝຶກ, ນັກກິລາ, ສື່ມວນຊົນລາວ ແລະ ຕ່າງປະເທດ.

    ໃນພິທີຖະແຫຼງຂ່າວ, ທ່ານ  ປີຊາ ວົງເດືອນເພັງ ຄູຝຶກນັກກິລາທີມຊາດຣັກບີລາວກ່າວວ່າ: ທິີມຊາດຣັກບີ້ລາວທັງຍິງ ແລະ ຊາຍ ຈະໄປແຂ່ງຂັນຢູ່ບາງແສນ ປະເທດໄທ ໃນລະຫວ່າງວັນທີ 21-22 ກັນຍານີ້, ໃນການແຂ່ງຂັນຄັ້ງນີ້, ມີທັງໝົດ 28 ທີມ, ຈາກ 17 ປະເທດເຂົ້າຮ່ວມ, ສຳລັບທີມຊາດຣັກບີ້ລາວຊຸດໃຫຍ່ ຈະພົບກັບທີມນັກກິລາຣັກບີ້ຈາກຈີນ, ຟິລິປິນ, ອຸສເບກີສະຖານ, ກຳປູເຈຍ ແລະ ອິນເດຍ ແລະ ທີມອື່ນໆອີກຫຼາຍລາຍການ HSBC Asian 7s Series.


    ທ່ານກ່າວອີກວ່າ: ໃນວັນທີ 21 ກັນຍານີ້, ທີມຊາດຣັກບີ້ລາວຈະພົບກັບນັກກິລາຣັກບີ້ຈີນ ແລະ ຟິລິປິນ ເຊິ່ງແມ່ນຄັ້ງທຳອິດ ທີ່ສະຫະພັນຣັກບີ້ລາວ ໄດ້ສົ່ງ 3 ທີມເຂົ້າຮ່ວມການແຂ່ງຂັນໃນເດືອນດຽວກັນ.