ມຽນມາ​ອະ​ນຸມັດ​ໃຫ້​ອົງການ​ພະລັງງານ​ປະລະມາ​ນູສາກົນ​ກວດກາ​ສິ່ງ​ກໍ່ສ້າງ​ນິວ​ເຄຼຍຂອງ​ຕົນ

(GMT+08:00) 2013-09-19 13:43:06     cri

ໜັງສືພິມ​ລຽນ​ເຮີ​ສາວ​ປ້າວ​ຂອງ​ສິງກະ​​ໂປ​ລາຍ​ງານ​ວ່າ, ວັນ​ທີ 17 ກັນຍາ​ນີ້, ມຽນມາ ກັບ ອົງການ​ພະລັງງານ​ປະລະມາ​ນູສາກົນ​​ໄດ້​ເຊັນ​ສັນຍາຮ່ວມ​ກັນ, ​ໂດຍອະ​ນຸມັດ​ໃຫ້​ພະນັກງານ​ກວດກາຂອງສະຫະປະຊາ​ຊາດ​​ໄປກວດ​ກາສິ່ງ​ກໍ່ສ້າງ​ນິວ​ເຄຼຍຂອງ​ມຽນມາ​ໄດ້​ໃນ​ທຸກ​ເວລາ.

ວັນ​ທີ 17 ກັນຍາ​ນີ້, ທ່ານ​ວັນນະ ໝ່ອງ​ລະວິ​ນ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ມຽນມາ​ໄດ້ລົງ​ນາ​ນ​ໃນສັນຍາ​ດັ່ງກ່າວ​ໃນ​ກອງ​ປະຊຸມ​ປະ​ເທດ​ສະມາຊິກ​ປະຈຳ​ປີ​ຂອງ​ອົງການ​ພະລັງງານ​ປະລະມາ​ນູສາກົນ. ອີງ​ຕາມ​ຖະ​ແຫຼ​ງການ​ຂອງ​ອົງການ​ພະລັງງານ​ປະລະມາ​ນູສາກົນ, ສັນຍາ​ສະບັບ​ນີ້​ "ຈະ​ຮຽກຮ້ອງ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ​ສະໜັບສະໜູນ​ຢ່າງ​ກວ້າງຂວາງ​ຕໍ່​ການ​ກວດກາ​ຂໍ້​ມູນ​ແຜນການ​ນິວ​ເຄຼຍ, ​ເພິ່ມຈຳນວນ​ການກວດກາ​ທາງ​ຟິຊິກຂອງ​ອົງການ​ພະລັງງານ​ປະລະມາ​ນູສາກົນ, ​ແລະ​ສະໜອງການ​ຄຸ້ມ​ຄອງ​ທີ່​ມີ​ປະສິດທິ​ຜົນ​ກວ່າ​ເກົ່າ."

ການ​ເຄື່ອນ​ໄຫວ​ນີ້​ຈະ​ມີ​ຜົນ​ດີຕໍ່​ການ​ເຮັ​ດ​ໃຫ້​ຄົນ​ທັງຫຼາຍ​ຫຼຸດ​ໜ້ອຍຄວາມ​ສົງ​ໄສ, ຄື, ມຽນມາ​ແມ່ນ​ຢາກ​ພັດ​ທະນາ​ອາວຸດ​ນິວ​ເຄຼຍມາ​ໂດຍ​ຕະຫຼອດ​ຫຼື​ບໍ່. ລັດຖະບານ​ມຽນມາ​​ໄດ້​ປະຕິ​ເສດ​ການ​ກ່າວ​ຫາ​ມາໂດຍ​ຕະຫຼອດ, ຜູ້​ຊ່ຽວຊານ​ຈຳນວນ​ບໍ່​ໜ້ອຍ​ກໍ່​ກ່າວ​ວ່າ, ​ເຕັກນິກ ​ແລະ ລະດັບ​ຂອງ​ມຽນມາໃນ​ປັດຈຸບັນ​ຍັງ​ໄກ​ຫຼາຍ​ເມື່ອ​ປຽບທຽບ​ກັບ​ລະດັບ​ເຕັກນິກ​ໃນ​ການ​ຜະລິດ​ອາວຸດ​ນິ​ວ​ເຄຼຍ.