ຜູ້​ຊ່ຽວຊານ​ຮຽກຮ້ອງ​ໃຫ້​ຈີນ​ກັບ​ອາ​ຊຽນລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ

(GMT+08:00) 2013-09-19 15:26:37     cri

ຄຽງຄູ່​ກັບ​ການ​ພົວພັນ​ລະຫວ່າງ​ຈີນ ກັບ ອາ​ຊຽນມີ​ຊີວິະຊີວາຂຶ້ນ​ຕື່ມ ​ແລະ ​ເຂົ້າ​ສູ່ລົງ​ເລິກ​, ການ​ເຊື່ອມ​ໂຍງ​ເຂົາ​ກັນ​ດ້ານ​ການ​ສຶກສາລະ​ຫວ່າງ​ສອງ​ຝ່າຍກໍ່​ກຳລັງ​​ເຂົ້າ​ສູ່​ລວງ​ເລິກ​.ການ​ຮັບຮອງ​ປະຫວັດ​ການ​ສຶກສາ ​ແລະ ຊັ້ນປະ​ລິ​ນຍາ​​ເປັນ​ຕົ້ນ ເຊິ່ງກັນ​ແລະ​ກັນ​ແມ່ນ​ເນື້ອ​ໃນ​ສຳຄັນ​​ໃນ​ການ​ເຊື່ອມ​ໂຍງ​ເຂົ້າກັນ​ດ້ານ​ການ​ສຶກສາລະຫວ່າງ​ຈີນ ​ກັບ ອາ​ຊຽນ

ຫວ່າງ​ມໍ່ໆ​ນີ້, ​ໃນ​ເວລາ​ເຂົ້າ​ຮ່ວມ "ສັບປະດາ​ແລກປ່ຽນ​ການ​ສຶກສາຈີນ-​ອາ​ຊຽນ" ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ກຸ້ຍ​ຢ໋າງ​ເທດສະບານ​ແຂວງ​ກຸ້ຍ​ໂຈ່​ວຈີນ, ທ່ານ​ວາງ​ລີ້​ຊີ່​ງ ຮອງ​ຫົວໜ້າ​ສູນ​ພັດທະນາ​ການ​ສຶກສາຊັ້ນ​ປະ​ລິ​ນຍາ ​ແລະ ນັກ​ສຶກສາ​ຄົ້ນຄວ້າກະຊວງ​ສຶກສາ​ທິການ​ຈີນ​ກ່າວ​ວ່າ, ​ເລື່ອງ​ສຳຄັນ​ທີ່​ສຸດ​ໃນ​ປັດຈຸບັນ​ແມ່ນ​​ແກ້​ໄຂ​ບັນຫາ​ຮັບ​ຮອງລະດັບ​ການ​ສຶກສາເຊິ່ງກັນ​ແ​ລະ​ກັນ.

ທ່ານ​ຫຼີພີ​ງ ຫົວ​ໜ້າ​ພະ​ແນ​ກຢັ້ງຢືນ ສູນ​ພັດທະນາ​ການ​ສຶກສາ​ຊັ້ນປະ​ລິນຍາ ​ແລະ ນັກ​ສຶກສາ​ຄົ້ນຄວ້າກະຊວງ​ສຶກສາ​ທິການ​ຈີນກ່າວ​ວ່າ, ການ​ຮັບຮອງ​ລະດັບ​ການ​ສຶກສາເຊິ່ງກັນ​ແລະ​ກັນ​ແມ່ນ​ປະຖົມ​ປັດ​ໄຈ​​​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າກັນ, ນີ້​ບໍ່​ພຽງ​ແຕ່​ແນ​ໃສ່​ການ​ສຶກສາຊັ້ນສູງ​ເທົ່າ​ນັ້ນ, ​ແຕ່ຍັງ​ລວມທັງ​ປະຫວັດ​ການ​ສຶກສາ, ຊັ້ນປະ​ລິ​ນຍາ, ​ໃບ​ຢັ້ງຢືນ ​ແລະ ຄຸນ​ລັກສະນະ​ໃນອາຊີບ​​ແລະ​ອື່ນໆ.ປັດຈຸບັນ, ຈີນ ກັບ ຫຼາຍ​ປະ​ເທດອາ​ຊຽນຍັງ​ບໍ່​ໄດ້​ເຊັນ​ສັນຍາ​ກ່ຽວ​ກັບ​ການຮັບຮອງ​ລະດັບ​ການ​ສຶກສາ​ເຊິ່ງກັນ​ແລະ​ກັນ, ນີ້​ຈະ​ກາຍ​ເປັນ​ສິ່ງ​ກີດຂວາງ​ດ້ານ​ລະບຽບ​ຕໍ່​ນັກ​ສຶກສາທີ່​ໄປ​ຮຽນ​ຢູ່​ຕ່າງປະ​ເທດກັບ​ຄືນປະກອບ​ອາຊີບ ຫຼື ຮຽນ​ຕໍ່ພາຍ​ໃນ​ປະ​ເທດ​ຕົນ ພ້ອມ​ທັງການ​ເຄື່ອນ​ຍ້າຍ​ຢ່າງ​ເສລີ​ຂອງ​ນັກວິຊາການ​ເຕັກ​ໂນ​ໂລ​ຊີ ​ແລະ ແຮງ​ງານ​.