ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດຢູ່​ເມືອງ​ຈາມ​ໂບນກາຟິລິບ​ປິນ​ເຮັດ​ໃຫ້​ມີຮ້ອຍ​ກວ່າ​ຄົນ​ເສຍ​ຊີວິດ

(GMT+08:00) 2013-09-19 15:35:11     cri

ວັນ​ທີ 18 ກັນຍາ​ນີ້, ​ເຈົ້າ​ໜ້າ​ທີ່​ທະຫານ​ຟິລິບ​ປິນປະກາດ​ວ່າ, ນັບ​ມາ​ຮອດ​ປັດຈຸບັນ,ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ​ຢູ່​ເມືອງ​ຈາມ​ໂບນກາທີ່​ເປັ​ນ​ເວລາ 10 ມື້​ໄດ້​​ເຮັດ​ໃຫ້ຢ່າງ​ໜ້ອຍມີ 107 ຄົນ​ເສຍ​ຊີວິດ, ​ເຖິງ​ວ່າ​ໄດ້​ປະສົບ​ຄວາມ​ເສຍ​ຫາຍຢ່າງ​ໜັກໜ່ວງກໍ​ຕາມ, ​ແຕ່​ຜູ້​ປະກອບ​ອາວຸດ "​ແນວ​ໂຮມ​ປົດ​ປ່ອຍ​​ຊາດ​ໂມ​ໂຣ" ຫຼື MNLF ຍັງ​ຕໍ່ຕ້ານ​ຢ່າງ​ດື້​ດ້ານ​ຫົວ​ແຂງ.

ທ່ານ​ໂດ​ມີນ​​ໂກ ຕູ​ຕາອັນ ​ໂຄສົກ​ກອງກຳລັງປະກອບ​ອາວຸດ​ຟິລິບ​ປິນກ່າວ​ວ່າ, ​ໃນ​ຜູ້​​ເສຍ​ຊີວິດ ລວມທັງ​ນາຍ​ທະຫານ​ລັດຖະບານ 11 ຄົນ, ຕຳຫຼວດ 3 ຄົນ, ຜູ້​ປະກອບ​ອາວຸດ MNLF 86 ຄົນ ​ແລະ ພົນລະ​ເມືອງ 7 ຄົນ. ນອກ​ນີ້, ຍັງ​ມີທະຫານ​ລັດຖະບາ 105 ຄົນ ​ແລະ ຕຳຫຼວດ 12 ຄົນ​​ໄດ້​ຮັບ​ບາດ​ເຈັບ.

ທ່ານ​ຕູ​ຕາອັນ​ກ່າວ​ວ່າ, ​ໃນ​ການ​ສູ້​ຮົບ​ທີ່​ເປັນ​ເວລາ 10 ມື້​ຜ່ານ​​ມາ​ນີ້, ທະຫານລັດຖະ​ບານ ​ແລະ ກອງທັບ​ຕຳຫຼວດ​ໄດ້​ຍຶດຄືນ​ບ່ອນ​ທີ່​ຖືກຜູ້​ປະກອບ​ອາວຸດ MNLF ຍຶດຄອງ​ນັ້ນຄືນ​ໄດ້ 70% ​ແລ້ວ, ມີຜູ້ປະກອບ​ອາວຸດ MNLF 93 ຄົນ​ຖືກ​ຈັບ ຫຼື ຍອມ​ຈຳນົນ. ປັດຈຸບັນ, ຈຳນວນຜູ້ປະກອບ​ອາວຸດ MNLF ທີ່​ຍັງ​ຕໍ່ຕ້ານ​ກັບ​ກອງ​ກຳລັງ​ລັດຖະບານ​ນັ້ນ​ຄາດ​ວ່າ,​ມີ 70 ຫາ 75 ຄົນ, ຍັງ​ມີ​ຕົວ​ປະກັນ​ຈຳນວນ​ໜຶ່ງຖືກ​ກັກ​​ໄວ້​ໃນ​ມື​ຂອງຜູ້ປະກອບ​ອາວຸດ MNLF.