​​ກອງ​ປະຊຸມສຳ​ມະ​ນາ​ການສຶກສາ​ພາສາ​ຈີນຢູ່​ຕ່າງປະ​ເທດ​ຈັດ​ຂຶ້ນ​ຢູ່​ມະ​ເລ​ເຊຍ

(GMT+08:00) 2013-09-19 16:53:33     cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 18 ກັນຍາ​ນີ້, "ກອງ​ປະຊຸມ​ສຳ​ມະ​ນາ​ການສຶກສາ​ພາສາ​ຈີນ​ຢູ່​ຕ່າງປະ​ເທດ​ຂອງມະ​ເລ​ເຊຍ​ປີ 2013" ທີ່​ຈັດຂຶ້ນ​ໂດຍ​ສະ​ຖາ​ບັນ​ຂົງຈື້​ມະຫາວິທະຍາ​ໄລ​ມະ​ເລ​ເຊຍ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງກົວ​ລະ​ລຳ​ເບີ, ນັກວິຊາ​ການ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​​ໃນ​ຄັ້ງ​ນີ້​​ໄດ້​ມາ​ຈາກ​ມະຫາວິທະຍາ​ໄລ​ທີ່​ມີ​ຊື່​ສຽງ​ແລະ​ອົງການ​ອົບຮົມ​ພາສາ​ຈີນຫຼາຍ​ແຫ່ງ​ຂອງທ້ອງ​ຖິ່ນ, ຜູ້​​ເຂົ້າຮ່ວມ​ກອງ​ປະຊຸມໄດ້​​ປຶກສາ​ຫາລື​ກັນກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ, ​ເຊັ່ນ​: ການ​ສອນ​ຕົວ​ໜັງສື​​ຈີນ, ການ​ສອນ​ໄວຍາກອນ, ການ​ວິ​ເຄາະ​ປະກົດ​ການ​ທີ່​ນັກຮຽນ​ວິຊາພາສາ​ຈີນ​ຢຸດ​ການ​ຮຽນ, ການ​​ເລືອກ​ໃຊ້ປຶ້ມ​ແບບ​ຮຽນ​ແລະ​ວິທີ​ກວດ​ສອບ​ພາສາ​ຈີນ​ເປັນຕົ້ນ.

ທ່ານ​ເຊີນ​ຈົ່ງ, ຜູ້ອຳນວຍການ​ຝ່າຍ​ຈີນ​ຂອງ​ສະ​ຖາ​ບັນ​ຂົງຈື້ມະຫາວິທະຍາ​ໄລ​ມະ​ເລ​ເຊຍ​ກ່າວ​ວ່າ, ມະ​ເລ​ເຊຍ​ແມ່ນ​ປະ​ເທດ​ທີ່​ມີ​ວັດທະນະທຳຫຼາຍ​​ເຄົ້າ​ແລະ​ຫຼາຍພາສາ, ມີ​ສະພາບ​ແວດ​ລ້ອມ​ທີ່​ດີ​ໃນການ​ໃຊ້​ພາສາ​ຈີນ​. ທ່ານ​ຫວັງ​ວ່າ, ກອງ​ປະຊຸມສຳ​ມະ​ນາ​​ໃນ​ຄັ້ງ​ນີ້​ສາມາດ​ແກ້​ໄຂ​ບັນຫາ​ຫຍຸ້ງຍາກ​ໃນ​ການ​ສຶກສາ​ພາສາ​ຈີນ, ຍົກ​ສູງ​ປະສິດທິພາບ​​ການ​ສອນ, ສ້າງ​ຄວາມ​ສົນ​ໃຈ​ໃນ​ການ​ຮຽນ​ພາສາ​ຈີນ​ໃຫ້​ນັກຮຽນ, ຊຸກ​ຍູ້​ໃຫ້​ລະດັບ​ພາສາ​ຈີນ​​ໂດຍ​ລວມຂອງ​ມະ​ເລ​ເຊຍ​ຍົກ​ສູງ​ຂຶ້ນ.