ກອງ​ປະຊຸມ​ປະຊາກອນ​ອາຊີ​ປາ​ຊິ​ຟິກຄັ້ງ​ທີ 6 ຈັດ​ຂຶ້ນ​ຢູ່​ບາງກອກ

(GMT+08:00) 2013-09-20 15:39:09     cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 19 ກັນຍາ​ນີ້, ກອງ​ປະຊຸມ​ປະຊາກອນ​ອາຊີ​ປາຊິ​ຟິກລະດັບ​ລັດຖະມົນຕີ​ຄັ້ງ​ທີ 6 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງບາງ​ກອກຂອງ​ໄທ, ​ເຊິ່ງຈະ​ຫາລື​ທ່າ​ອ່ຽງການ​ພັດທະນາ​ຂອງ​ປະຊາກອນ​ພາກ​ພື້ນ​ອາຊີ​ປາຊິ​ຟິກ​ແລະ​ຈະຕົກລົງ​ວຽກ​ງານຈຸດ​ສຸມ​ໃນ 10 ປີ​ຕໍ່ໜ້າ​ນີ້.

ກອງ​ປະຊຸມ​ປະຊາກອນ​ອາຊີ​ປາ​ຊິ​ຟິກ 10 ປີ​ຈັດຂຶ້ນ​ເທື່ອ​ໜຶ່ງ, ​ເຊິ່ງຈັດ​ຂຶ້ນໂດຍ​ຄະນະ​ກຳມະການ​ເສດຖະກິດ​ສັງຄົມ​ອາຊີ​ປາຊິ​ຟິກຂອງ​ອົງການ​ສະຫະ​ປະຊາ​ຊາດຫຼື ESCAP ​ແລະ​ກອງ​ທຶນ​ປະຊາກອນ​ສະຫະ​ປະຊາ​ຊາດ, ​ແມ່ນ​ກອງ​ປະຊຸມ​ສຳຄັນ​​ທີ່​ໄດ້​ກຳນົດ​ຈັດ​ຂຶ້ນ​ໃນ​ວາລະ​ວ່າ​ວຽກນະ​ໂຍບາຍ​ປະຊາກອນ​ແລະ​ການ​ພັດທະນາ​ຂອງ​ພາ​ກພື້ນ​ອາຊີ​ປາຊິ​ຟິກ.

ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຄັ້ງ​ນີ້​ຈະ​ດຳ​ເນີນ​ເປັນ​ເວລາ​ສອງ​ວັນ, ຜູ້​ແທນຈາກ​ 40 ສະມາຊິກ ESCAP ​ແລະ​ອົງການ​ຈັດ​ຕັ້ງສາກົນ​ທີ່​ກ່ຽວ​ຂ້ອງ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ທ່ານຫຼີປິ່ນ, ຫົວໜ້າ​ຄະນະ​ຜູ້​ແທນ​ຈີນ, ປະທານ​ຄະນະ​ກຳມາ​ທິການສາທາລະນະ​ສຸກ​ແລະ​ການວາງ​ແຜນ​ຄອບຄົວ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ, ປະຊາກອນ​ພາກ​ພື້ນ​ອາຊີ​ປາ​ຊິຟິກກວມ​ຫຼາຍກວ່າ 60% ຂອງ​ປະຊາກອນ​ທົ່ວ​ໂລກ, ພາຍ​ໃຕ້​ເບື້ອງຫຼັງ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ໂລກ, ​ໄດ້ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຂ້ຽວຂາດ​ຕ່າງໆ, ​ເຊັ່ນ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ພັດທະນາ​ພາກ​ພື້ນ​ຕ່າງໆ​ບໍ່​ດຸ່ນດ່ຽງ​ກັນ, ການ​ຍົກຍ້າຍ​ຂອງ​ປະຊາກອນ​​ແລະ​ອື່ນໆ