ກຳປັ່ນ​ໂຮງໝໍ​ "​ເຮີ​ພິງ​ຟ່າງ​ໂຈ່​ວ" ຂອງກອງ​ທັບເຮືອ​ຈີນ​ເດີນທາງ​ອອກ​ຈາກ​ອິນ​ໂດ​ເນ​ເຊຍ​ເພື່ອ​ໄປຢ້ຽມຢາມ​ກຳປູ​ເຈຍ

(GMT+08:00) 2013-09-20 18:04:56     cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ກຳປັ່ນ​ໂຮງໝໍ​ "​ເຮີ​ພິງ​ຟ່າງ​ໂຈ່​ວ" ຂອງ​ກອງທັບ​ເຮືອ​ຈີນ​ໄດ້​ສຳ​ເລັດ​ການ​ຢ້ຽມຢາມ​ສັນຖະວະ​​ໄມຕີ​ແລະ​ການລາດຕະ​ເວນ​ການ​ປິ່ນປົວ​ຮ່ວມ​ກັນ​ກັບ​ກອງທັບ​ເຮືອຫຼາຍປະ​ເທດ​ຢູ່​ອິນ​ໂດ​ເນ​ເຊຍຢ່າງ​ໄດ້​ຮັບ​ຜົນ​ອັນ​ຈົບງາມ, ຕອນ​ເຊົ້າ​ວັນ​ທີ 20 ກັນຍາ​ນີ້ ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫຼວງຈາ​ກາ​ຕາ​ອິນ​​ໂດ​ເນ​ເຊຍ​​ເພື່ອໄປ​ຢ້ຽມຢາມ​ກຳປູ​ເຈຍ​ແລະ​ດຳ​ເນີນ​ການບໍລິການການ​ປິ່ນປົວພະຍາດ​ຢູ່​ທ້ອງ​ຖິ່ນ.

​ຕອນ​ຄ່ຳ​ວັນ​ທີ 19 ກັນຍາ​​ແມ່ນບຸນ​ໄຫວ້​ພະຈັນຕາມ​ປະ​ເພນີ​ຂອງ​ຈີນ, ກຳປັ່ນ​ໂຮງໝໍ​ "​ເຮີ​ພິງ​ຟ່າງ​ໂຈ່​ວ" ໄດ້​ຈັດ​ງານ​ລ້ຽງ​ແລະງານລາຕີສະຫຼອງບຸນ​ໄຫວ້ພະຈັນ​ຢ່າງ​ຄຶກຄື້ນ, ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ອິນ​ໂດ​ເນ​ເຊຍ, ທູດ​ທະຫານຂອງ 7 ປະ​ເທດປະຈຳ​ອິນ​​ໂດ​ເນ​ເຊຍ​, ​ເຈົ້າ​ໜ້າ​ທີ່​ການ​ທູດສະຖານທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ, ຄະນະ​ທູດ​ປະຈຳ​ອາ​ຊຽນ​, ແລະຊາວ​ຈີນ​ຕ່າງ​ດ້າວ​ທັງ​ໝົດ 100 ກວ່າ​ຄົນ​​ໄດ້​ເຂົ້າ​ຮ່ວມ​ງານ. ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ, ຜູ້ຕາງໜ້າ​ກອງທັບ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ຂອບ​ໃຈ​ນຳ​ກຳ​ປັ່ນ "​ເຮີ​ພີ​ງຟ່າງ​ໂຈ່​ວ" ຈີນ ທີ່​ໄດ້​ຊ່ວຍ​ເຫຼືອກອງທັບ​ເຮືອ​ອິນ​ໂດ​ເນ​ເຊຍ​ສຳ​ເລັດໜ້າ​ທີ່​ຕ່າງໆ, ​ເຊັ່ນ: "SAIL KOMODO 2013" ​ແລະ​ການ​ລາດຕະ​​​ເວນປິ່ວປົວ​ພະຍາດເປັນ​ຕົ້ນ, ການ​ມາຢ້ຽມຢາມ​ຂອງ​ກຳ​ປັ່ນ​ໂຮງໝໍ​​ໃນ​ຄັ້ງ​ນີ້, ​ໄດ້ມີຜົນ​ສະທ້ອນທາງ​ບວກ​ຕໍ່ການ​ຮ່ວມ​ມື​​ດ້ວຍໄມຕີ​ຈິດ​ມິດຕະພາບ​ແລະ​ການ​ພັດທະນາ​ລະຫວ່າງ​ສອງ​ກອງທັບ​ກໍ່​ຄືສອງ​ປະ​ເທດອິນ​ໂດ​ເນ​ເຊຍ-ຈີນ.