ລັດຖະມົນຕີ​ການ​ຕ່າງປະ​ເທດ​ສີ​ງກະ​ໂປ​ກ່າວ​ໃນ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ວ່າ: ຍິນ​ດີ​ສືບ​ຕໍ່​ແບ່ງປັນ​ບົດຮຽນ​ດ້ານການ​ພັດທະນາ​ກັບປະ​ເທດ​ອື່ນໆ

(GMT+08:00) 2013-10-02 15:35:07     cri
ຫວ່າງ​ມໍ່ໆ​ນີ້​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນການ​ອະພິ​ປາບ​ທົ່ວ​ໄປ​ຂອງ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ, ທ່ານ​ຊັນ​ມຸກຳ ​ຈາ​ຢະກຸ​ມາ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ສີງກະ​ໂປຊີ້​ອອກ​ວ່າ, ອົງການ​ສະຫະ​ປະຊາ​ຊາດ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ຂໍ​ກະ​ແຈ​ໃນ​ການ​ສ້າງຫົວ​ຂໍ້ອະພິປາຍ​ການ​ພັດທະ​ນາ​ທົ່ວ​ໂລກຫຼັງ​ປີ 2015, ສິງກະ​ໂປ​ຮູ້​ຈັກ​ຄວາມ​ສຳຄັນ​ຂອງ​ການ​ຫຼຸດຜ່ອນ​ຄວາມທຸ​ກຍາກ​ແລະ​ການ​ພັດທະນາ​ແບບ​ຍືນ​ໂຍງ​ໃນ​ດ້ານ​ການ​ຮັບປະກັນ​ອະນາຄົດ​ຮ່ວມ​ກັນ​ຂອງ​ມ່ວນ​ມະ​ສຸດ, ຍິນ​ດີ​ສືບ​ຕໍ່​ແບ່ງປັນ​ບົດຮຽນ​ທີ່​ສຳ​ເລັດ​ຜົນ​ໃຫ້​ແກ່​ປະ​ເທດ​ອື່ນໆ​ເພື່ອ​ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ທົ່ວ​ໂລກ.

ທ່ານ​ຊັນ​ມຸກຳ​ຍັງ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ 3 ຂໍ້​ກ່ຽວ​ກັບ​ວຽກ​ງານ​ບູລິ​ມະ​ສິດ​ຂອງ​ຫົວ​ຂໍ້​ການ​ພັດທະນາ​ຫຼັງ​ປີ 2015ຄື: ໜຶ່ງ, ຫົວ​ຂໍ້​ການພັດທະນາ​ໃນ​ປີ 2015 ຄວນ​ຖື​ການ​ຫຼຸດຜ່ອນ​ຄວາມທຸກຍາກ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ​ເປັນ​ໃຈກາງ, ​ແລະຖອດ​ຖອນ​ເອົາ​ບົດຮຽນ​ຈາກ​ພຶດຕິ​ກຳ​ທີ່​ສຳ​ເລັດ​ຜົນ​ໃນ​ການ​ປະຕິບັດ​ເປົ້າ​ໝາຍສະຫັດ​ສະ​ວັດດ້ານ​ການ​ພັດທະນາ; ອັນ​ທີ​ສອງ, ຄວນ​ເນັ້ນ​ໜັກ​ບັນຫາຄຸ້ມ​ຄອງຕົວ​ເມືອງ​, ນ້ຳ​ແລະອະນາ​ໄມ, ອັນ​ທີ​ສາມ, ຄວນ​ຈັດ​​ເອົາທັດສະນະ​ແລະ​ຄວາມ​ສົນ​ໃຈ​ຂອງ​ປະ​ເທດ​ນ້ອຍ​​ເຂົ້າ​ໃນ​ຫົວ​ຂໍ້​ການ​ພັດທະນາ.