ທາງ​ເດີນ​ເຮືອ​ຈາກ​ນະຄອນ​ຝັງ​ເສີງ​ກາງຂອງ​ຈີນ​ຫາ​ຮາ​ລົງ​ເປ​ຂອງ​ຫວຽດນາມ​ເປີດ​ບໍລິການ

(GMT+08:00) 2013-10-02 15:35:52     cri
ຕາມ​ຂ່າວCRI: ວັນ​ທີ 29 ກັນຍາ​ແລ້ວ​ນີ້, ທາງ​ເດີນ​ເຮືອຈາກ​ນະຄອນ​ຝັງ​ເສີງ​ກາງຂອງ​ຈີນ​ຫາ​ຮາ​ລົງ​ເປ​ຂອງ​ຫວຽດນາມ​ເລີ່​ມ​​ເປີດ​ບໍລິການ​ຢ່າງ​ເປັນທາງ​ການ​, ​ຕະຫຼອດ​ການ​ເດີນ​ເຮືອ​ໃຊ້​ເວລາປະມານ 3 ຊົ່ວ​ໂມງ. ນີ້​ແມ່ນທ່ອງ​ທ່ຽວຂ້າມ​ຊາດ​ດີ​ເດັ່ນ​ໃໝ່​ລະຫວ່າງ​ຈີນ​ກັບ​ຫວຽດນາມ.

​ທາງ​ເດີນ​ເຮືອ​ນີ້​ຖືກ​ເອີ້ນ​ເປັນ​​ເສັ້ນ "ທາງ​ທ່ອງ​ທ່ຽວທາງ​ທະ​ເລ​ສາກົນ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ໂລກ" ສາຍ​ໜຶ່ງ, ​ມີ​ທິວ​ທັດ​ວັດທະນະທຳ​ແລະ​ທິວ​ທັດ​ທຳ​ມະ​ຊາດ, ​ແມ່ນ​ເສັ້ນທາງ​ທ່ອງ​ທ່ຽວ​ຂ້າມ​ຊາດ​ທີ່​ສຳ​ຄັນ​ເສັ້ນ​ໜຶ່ງ​ລະຫວ່າງ​ຈີນ​ກັບ​ຫວຽດນາມ, ກໍ​ແມ່ນ​ເສັ້ນທາງທ່ອງ​ທ່ຽວ​ທາງ​ທະ​ເລ​ທີ່​ສັ້ນ​ທີ່​ສຸດ​ຈາກ​ຈີນ​ໄປ​ຮາ​ລົງ​ເປ​ຂອງ​ຫວຽດນາມ.