ຄົນ​ໄທ​​ເຊື້ອສາຍຈີນ​ແລະຊາວ​ຈີນ​ຕ່າງ​ດ້າວຢູ່​ໄທ​ຈັດ​ງານ​ລ້ຽງ​ເພື່ອ​ຕ້ອນຮັບ​ທ່ານ​ຫຼີ​ເຄີ້ຊຽງ ນາຍົກລັດຖະມົນຕີຈີນທີ່​ໄປຢ້ຽມຢາມ​ໄທ

(GMT+08:00) 2013-10-12 16:49:23     cri
ນັບແຕ່​ວັນ​ທີ 11 ຫາ​ວັນ​ທີ 13 ຕຸລາ​ນີ້,ທ່ານ​ຫຼີ​ເຄີ້ຊຽງ,ນາຍົກລັດຖະມົນຕີຈີນທີ່​ດຳ​ເນີນ​ການ​ຢ້ຽມຢາມສັນທະ​ວະ​ໄມຕີ​ຢ່າງ​ເປັນ​ທາງ​ການ​ຕໍ່​ລາຊະ​ອະນາ​ຈັກ​ໄທ​ເປັນ​ເວລາ 3 ວັນ,ຄົນ​ໄທ​ເຊື້ອສາຍ​ຈີນແລະຊາວ​ຈີນ​ຕ່າງ​ດ້າວ​ຢູ່​ໄທ​ໄດ້​ຈັດ​ງານ​ລ້ຽງ​ຢູ່​ສຳນັກງານ​ໃຫຍ່ສະພາການ​ຄ້າຈີນປະຈຳ​ໄທ​ໃນ​ວັນ​ທີ 12 ຕຸລາ​ນີ້​ເພື່ອ​ຕ້ອນຮັບ​ທ່ານ​ຫຼີ​ເຄີ້ຊຽງ​ພ້ອມ​ດ້ວຍ​ຄະນະ​ທີ່​​ໄປ​ຢ້ຽມຢາມ.​