ຈີນ​ຍິນ​ດີຮ່ວມ​ກັນ​ກັບ​ອາຊຽນ ​ຈັດການ​ເຈລະຈາ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ—ອາ​ຊຽນ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້

(GMT+08:00) 2013-10-26 14:04:33     cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 25 ຕຸລາ​ນີ້, ທ່ານ​ກ່າວ​ຫູ​ເຊິ​ງ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ຈີນ​ຍິນ​ດີຮ່ວມ​ກັນ​ກັບ​ອາຊຽນ ​ຈັດການ​ເຈລະຈາ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ—ອາ​ຊຽນ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້, ຍົກ​ລະດັບຄວາມ​​ເສລີ​ແລະ​ຄວາມສະດວກ​ຂອງ​ການ​ຄ້າ​​ແລະການ​ລົງທຶນ ​ຢ່າງ​ແທ້​ຈິງ, ​ເຊັນ​ສັນ​ຍາ​ເຂດ​ການ​ຄ້າ​ເສລີ​ ທີ່​ນຳ​ເອົາ​ຜົນ​ປະ​ໂຫຍ​ດຫຼາຍກວ່າ​ເກົ່າ ​ໃຫ້​ແກ່​ວິ​ສາ​ຫະກິດ​ແລະ​ປະຊາຊົນ​ທັງ​ສອງ​ຝ່າຍ, ຮອບດ້ານ​ກວ່າ​ເກົ່າ​ແລະ​ມີ​ລະດັບ​ສູງ​ກວ່າ​ເກົ່າ.

ທ່ານ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ ​ໃນ​ເວລາຈັດ​ກິດຈະກຳ​ໂຄສະນາຂະໜາດ​ນ້ອຍ ຮ່ວມ​ກັບ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ໄທ ທີ່​ນະຄອນຫຼວງປັກ​ກິ່ງ.

ທ່ານ​ກ່າວ​ຫູ​ເຊິ​ງກ່າວ​ວ່າ, ຈີນ​ຍິນ​ດີ​ລົງ​ເລິກການຮ່ວມ​ມື​ທີ່ຕິດ​ແທດ​ຕົວຈິງ​ກັບ​ອາ​ຊຽນຕື່ມ​ອີກ​, ​ຈັດການ​ເຈລະຈາ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ຈີນ—ອາ​ຊຽນ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້, ຂ້ຽວ​ເລັ່ງການ​ສ້າງສາ​ພື້ນຖານ​ໂຄງ​ລ່າງ​ເພື່ອ​ເຊື່ອມ​ຈອດ​ກັນ, ​ເປີດ​ກວ້າງ​ຊ່ອງ​ທາງ​ຫ້າງ​ຫາ​ທຶນ​ໃຫ້​ໂຄງການຮ່ວມ​ມື​ຕື່ມ​ອີກ, ຕັ້ງໜ້າຈັດ​ຕັ້ງ​ປະຕິບັດ​ຂໍ້​ລິ​ເລີ່​ມ​ ກ່ຽວ​ກັບ​ການ​ກຽມ​ສ້າງ​ທະນາຄານ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ອາຊີ​ ​​ທີ່​ສະ​ເໜີ​ໂດຍ​ຝ່າຍ​ຈີນ, ​ເພີ່​ມທະວີ​ການຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນໜຶ່ງ​ອັນ​ດຽວ​​ຂອງເສດຖະກິດພາກ​ພື້ນ​ນີ້.

​ເພື່ອ​ສະ​ເຫຼີມສະຫຼອງຈີນ​ກັບ​ອາຊຽນສ້າງ​ການ​ພົວພັນ​ຄູ່ຍຸດ​ທະ​ສາດ​ຄົບຮອບ 10 ປີ, ກະຊວງ​ການ​ຄ້າ​ຈີນ​ໄດ້​ເຊື້ອ​ເຊີນ​ຄະນະ​ຜູ້​ແທນ​ລັດຖະມົນຕີ​ເສດຖະກິດ​ການ​ຄ້າ​​ອາຊຽນ ມາ​ຢ້ຽມຢາມ​ຈີນ​ ​ແຕ່​ວັນ​ທີ 22 ຫາ​ວັນ​ທີ 26 ຕຸລາ​ນີ້, ຈັດ​ກິດຈະກຳ​ໂຄສະນາ​ການ​ຄ້າ​​ແລະການ​ລົງທຶນ​ຢູ່​ນະຄອນ​ເຊິ​ງຕູ່, ຊຽງ​ໄຮ​ແລະ​ປັກ​ກິ່ງ.