ກິດຈະກຳ​ສັບປະດາ​ສິລະ​ປະ "ປະ​ເທດ​ຈີນ​ໃນ​ວັນ​ນີ້"​ໄດ້​ຈັດການ​ສະ​ແດງ​ຢູ່​ໄທ​ຢ່າງ​ຍິ່ງ​ໃຫຍ່

(GMT+08:00) 2013-10-31 10:51:30     cri
ຕາມ​ຂ່າວCRI: ວັນ​ທີ 30 ຕຸລາ​ນີ້, ສັບປະດາ​ສິລະ​ປະ "ປະ​ເທດ​ຈີນ​ໃນ​ວັນ​ນີ້" ທີ່​ສະມາຄົມ​ວັດທະນະທຳ​ຈີນ​ແລະ​ສະຖານທູດ​ຈີນ​ປະຈຳ​ໄທ​ຮ່ວມ​ກັນ​ຈັດ​ຂຶ້ນ​ແລະ​ຈະດຳ​ເນີນ​ເປັນ​ເວລາ​ໜຶ່ງອາທິດ​​ນັ້ນ​ໄດ້​ຈັດ​ການສະ​ແດງ​ສິນລະປະວັນນະຄະດີ​ຂະໜາດ​​ໃຫຍ່​ທີ່​ດີ​ເດັ່ນທີ່​ສຸດ​ຂອງ​ກິດຈະກຳ​ເທື່ອ​ນີ້, ການສະ​ແດງ​ເທື່ອ​ນີ້​ລວມທັງ​ວັດທະນະທຳ​ຕາ​ເວັນ​ອອກ​ແລະ​ຕາ​ເວັນ​ຕົກ​ມີ​ການສະ​ແດງ​ສິລະ​ປະ, ກາຍຍະ​ສິນ​ແລະ​ດົນຕີ​ພື້ນ​ເມືອງ​ເປັນ​ຕົ້ນ, ​ໄດ້​ສະໜອງອາຫານ​ຕາ​ດ້ານວັດທະນະທຳທີ່​ດີ​ເດັ່ນ​​ໃຫ້​ແກ່​ຜູ້​ຊົມ​ໄທ.