ລັດຖະບານ​ຈີນ​ໃຫ້​ເງິນ​ຊ່ວຍ​ເຫຼືອ​ກຳປູ​ເຈຍ​ໃນ​ການ​ຕ້ານໄພ​ນ້ຳ​ຖ້ວມ​ໃຫ້​ກຳປູ​ເຈຍ

(GMT+08:00) 2013-11-01 15:13:08     cri

ວັນ​ທີ 31 ຕຸລາ​ແລ້​ວນີ້, ທ່ານ​ນາງ​ປູ້​ຈ້ຽນກົ໋ວ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ກຳປູ​ເຈຍ​​ຕາງໜ້າລັດຖະບານ​ຈີນມອບ​ເງິ​ນຊ່ວຍ​ເຫືຼອ 1 ລ້ານ​ໂດ​ລາ​ໃຫ້​ທ່ານ​ຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ, ​ເພື່ອ​ຊ່ວຍ​ເຫຼືອ​ລັດຖະບານ ​ແລະ ປະຊາຊົນ​ກຳປູ​ເຈຍ​ເພື່ອ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​​ແລະ​ສ້າງສາກໍ່ສ້າງ​ຄືນ​ໃໝ່​ຫຼັງ​ໄພ​ນ້ຳ​ຖ້ວມ.

ວັນ​ທີ 23 ຕຸລາ​ແລ້ວ​ນີ້, ຮອງປະທານ​ຜູ້​ທີ​ໜຶ່ງ​ຄະນະ​ກຳມະການ​ຄວບ​ຄຸມ​ໄພ​ພິບັດ​​ແຫ່ງ​ຊາດກຳປູ​ເຈຍ​ກ່າວ​ວ່າ, ​ໃນ​ກາງເດືອນ​ກັນຍາ​ປີ​ນີ້, ​ໄພ​ນ້ຳ​ຖ້ວມ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ລ່ອງ​​ແມ່​ນ້ຳຂອງຕອນ​ກຳປູ​ເຈຍ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 168 ຄົນ​ເສຍ​ຊີວິດ, ປະຊາກອນ​ປະສົບ​ໄພ​ມີ​ຫຼາຍ​ວ່າ 1 ລ້ານ 8 ​ແສນ​ຄົນ, ຄວາມ​ເສຍ​ຫາຍ​ດ້ານ​ເສດຖະກິດ​ຍ້ອນ​ໄພ​ນ້ຳ​ຖ້ວມ​ຄາດ​ວ່າຈະ​ມີ​ຫຼາຍ​ກວ່າ 1 ຕື້​ໂດ​ລາ​ສະຫະລັດ.