ຟິລິບ​ປິນກ່າວ​ວ່າ,ຈະ​ສືບ​ຕໍ່​ສະ​ແຫວ​ງຫາ​ວິທີ​ແກ້​ໄຂຕົວ​ປະກັນ​ຢ່າງ​ເໝາະ​ສົມ

(GMT+08:00) 2013-11-09 13:51:15     cri

ຕາມ​ຂ່າວCRI: ວັນ​ທີ 7 ພະຈິກ​ນີ້, ສະພານິຕິບັນ​ຍັດຮົງ​ກົງ​ໄດ້​ຜ່ານ​ຮັບຮອງຍັດຕິ​ສະບັບ​ປັບປຸງ​ກ່ຽວ​ກັບ​ລົງ​ໂທດ​ຟິລິບ​ປິນດ້ານ​​ເສດຖະກິດ ​ແລະ ຢຸດ​ຕິ​ການ​ຍົກ​ເວັ້ນວິຊາ​ໃຫ້ຜູ້​ຖື​ໜັງສື​ຜ່ານ​ແດນ​ຟິລິບ​ປິນ​ເປັນຊົ່ວຄາວ. ​ໂດຍ​ແນ​ໃສ່ມາດ​ຕະການ​ລົງ​ໂທດ​ຂອງ​ຮົງ​ກົງ, ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປິນກ່າວ​ວ່າ ຈະ​ສືບ​ຕໍ່​ສະ​ແຫວ​ງຫາ​ວິທີ​ແກ້​ໄຂ​ຕົວ​ປະກັນ​ຢ່າງ​ເໝາະ​ສົມ, ສ່ວນ​ທ່ານ​​ໂຈ​ສ໌​ເຟີ ​ເອັສຕຼາດາ ​ເຈົ້າ​ຄອງນະຄອນຫຼວງ​ມາ​ນີລາ​ກໍ່​ຕົກລົງ​ເລື່ອນ​ເວລາ​ໄປ​ຮົງ​ກົງຂໍອະ​ໄພ​.

ວັນ​ທີ 7 ພະຈິກ​ນີ້, ສະພາ​ນິຕິ​ບັນຍັດ​ຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ໄດ້​ຜ່ານ​ຮັບຮອງ​ຍັດຕິ​ທີ່​ບໍ່​ມີ​ສິດມັດ​ກ່ຽວ​ກັບ "ຊຸກ​ຍູ້​ໃຫ້​ອົງການ​ປົກຄອງ​ເຂດ​ບໍລິຫານພິ​ເສດດ​ຟິລິບ​ປິນດ້ານ​ເສດຖະກິດ"ທີ່​ສະ​ເໜີ​ໂດຍ​ສະມາຊິກ​ສະພາ. ພ້ອມ​ກັນ​ນັ້ນ, ສະພາ​ນິຕິບັນຍັດຮົງ​ກົງກໍ່​ໄດ້​ຜ່ານ​ຮັບຮອງ​ຍັດຕິ​ສະບັບ​ປັບປຸງ​ກ່ຽວ​ກັບຢຸດ​ຕິ​ການ​ຍົກ​​ເວັ້ນວິຊາ​ໃຫ້ຜູ້​ຖື​ໜັງສື​ຜ່ານ​ແດນ​ຟິລິບ​ປິນ​ເປັນ​ຊົ່ວຄາວທີ່​ສະ​ເໜີ​ໂດຍ​ສະມາຊິກ​ສະພາ. ຕໍ່​ເລື່ອງ​ນີ້, ທ່ານຣາວ ​ເຮີ​ນານ​ເດ​ສ໌ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປິນກ່າວ​ວ່າ, ລັດຖະບານ​ຟິລິບ​ປິນຈະ​ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ, ​ເພື່ອ​ສະ​ແຫວ​ງຫາ​ວິທີ​ແກ້​ໄຂ​ທີ່​ສອງ​ຝ່າຍ​ລ້ວນ​ແຕ່ຮູ້ສຶກພໍ​ໃຈ, ມາ​ແກ້​ໄຂ​ວິ​ກິດ​ການ​ຕົວ​ປະກັນ​ນະຄອນຫຼວງ​ມາ​ນີລາ​ຢ່າງ​ເໝາະ​ສົມ.

ນອກ​ນີ້, ສື່​ມວນ​ຊົນ​ຟິລິບ​ປິນລາຍ​ງານ​ວ່າ, ທ່ານ​​ໂຈ​ສ໌​ເຟີ ​ເອັສຕຼາດາ ​ເຈົ້າ​ຄອງນະຄອນຫຼວງ​ມາ​ນີລາກ່າວ​ວ່າ, ​ເມື່ອ​ໄດ້​ຊາບ​ຜົນ​ການປຶກສາ​ຫາລື​ຂອງ​ທູດ​ພິ​ເສດ​ຂອງ​ອົງການ​ປົກຄອງ​ນະຄອນຫຼວງ​ມາ​ນີລາ​ຢູ່​ຮົງ​ກົງ​ແລ້ວ, ຕົກລົງເລື່ອນ​ເວລາ​ໄປ​ຮົງ​ກົງຂໍອະ​ໄພ​, ​ເພື່ອ​ຄົ້ນຄວ້າ​ຄຳ​ຮຽກຮ້ອງ​ຂອງ​ຝ່າຍ​ຮົງ​ກົງ​ຢ່າງ​ລະອຽດ.