ພະຍຸໃຕ້ຝຸ່ນ "ໄຮຢ່ຽນ" ມຸ້ງໜ້າໄປທິດເໜືອ, ປະຊາຊົນຫວຽດນາມ 6 ແສນຄົນໄດ້ຍົກຍ້າຍເພື່ອຫຼີກໄພ
(GMT+08:00) 2013-11-11 11:00:04 cri
ວັນທີ 10 ພະຈິກນີ້, ສູນອຸຕຸນິຍົມສູນກາງຫວຽດນາມແຈ້ງຂ່າວວ່າ, ຈຸດສູນກາງພະຍຸໃຕ້ຝຸ່ນ "ໄຮຢ່ຽນ" ກຳລັງເຄື່ອນໄປພາກເໜືອຂອງຫວຽດນາມ, ເຂດແຄມທະເລພາກກາງແລະພາກເໜືອຂອງຫວຽດນາມລ້ວນແຕ່ໄດ້ຮັບຜົນກະທົບຈາກພະຍຸໃຕ້ຝຸ່ນຫົວນີ້. ພາກເໜືອຂອງຫວຽດນາມໄດ້ຍົກຍ້າຍປະຊາຊົນ 6 ແສນຄົນແລ້ວ. ນອກນີ້, ບໍລິສັດການບິນຫວຽດນາມກ່າວວ່າ, ຍ້ອນອາກາດຮ້າຍແຮງຫຼາຍ, ບໍລິສັດການບິນຫວຽດນາມໄດ້ຍົກເລີກຖ້ຽວບິນ 62 ຖ້ຽວທີ່ໄປກັບພາກກາງຂອງຫວຽດນາມ.
ຕອນບ່າຍວັນທີ 8 ພະຈິກນີ້, ທ່ານຫງວຽນເຕິນຢຸງ, ນາຍົກລັດຖະມົນຕີຫວຽດນາມໄດ້ຈັດກອງປະຊຸມສຸກເສີນ, ແລະສັ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງວາງແຜນຢ່າງຕັ້ງໜ້າເພື່ອຮັບມືກັບພະຍຸໃຕ້ຝຸ່ນຫົວນີ້. ນອກຈາກຍົກຍ້າຍປະຊາຊົນແລ້ວ, ໂຮງຮຽນກໍ່ໄດ້ຢຸດການຮຽນແລະເຂື່ອນນ້ຳເລີ່ມລະບາຍນ້ຳອອກ, ເຈົ້າໜ້າທີ່ກູ້ໄພກໍກຽມພ້ອມແລ້ວເພື່ອດຳເນີນວຽກງານກູ້ໄພ.