ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າ​ວວ່າ,​ໄພ​ທຳ​ມະ​ຊາດ​ແມ່ນ​ສິ່ງ​ທ້າ​ທາຍ​ຮ່ວມ​ກັນ,ຈີນຈະ​ເພິ່ມທະວີ​ການ​ຮ່ວມ​ມື​ກັບ​ອາ​ຊຽນ

(GMT+08:00) 2013-11-13 11:24:27     cri

ຕາມ​ຂ່າວCRI: ວັນ​ທີ 12 ພະຈິກ​ນີ້, ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ຊີ​ນກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຈະຮ່ວມ​ກັບປະ​ເທດ​ອາ​ຊຽນ, ສືບ​ຕໍ່​ເພິ່ມທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງກັນ​ໄພພິບັດ ​ແລະ ການກູ້​ໄພ.

ຫວ່າງ​ມໍ່ໆ​ນີ້, ພາ​ຍຸ​ໄຕ້​ຝຸ່ນ "​​ໄຮ​ຢຽນ" ​ໄດ້ສົ່ງ​ຜົນ​ກະທົບ​ຕໍ່​ຕີ​ຈີນ,ຟິລິ​ບິນ,ຫວຽດນາມ​ ​ແລະ ປະ​ເທດ​ອື່ນໆ, ​ເຊິ່ງ​ເຮັດ​ໃຫ້ມີ​ຄົນ​​ເສຍ​ຊີວິດແລະ​ບາດ​ເຈັບ​ຢ່າງ​ຫຼວງ​ຫຼາຍ, ​ແລະ​ສ້າງຄວາມ​ເສຍ​ຫາຍດ້ານ​ຊັບ​ສິນ​ຢ່າງໜັກໜ່ວງ.   ຊຸມ​ປີມໍ່ໆ​ມານີ້, ການ​ຮ່ວມ​ມື​ໃນ​ຂົງ​ເຂດປ້ອງກັນ​ໄພ ​ແລະ ຫຼຸດ​ຜ່ອນໄພພິບັດ​ລະຫວ່າງ​ຈີນ ກັບ ອາ​ຊຽນ​ໄດ້​​ເລັ່ງລັດ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ປີ​ນີ້, ພາຍ​ໃນ​ຂອບ ອາ​ຊຽນບວກ​ໜຶ່ງ(10+1), ສອງ​ຝ່າຍ​ໄດ້​ຈັດ​ກອງ​ປະຊຸມ​ສາກົນ, ກອງ​ປະຊຸມ​ສຳ​ມະ​ນາ ​ແລະ ການຊ້ອມ​ຮັບ​ມື​ກັບ​ສະພາບ​ສຸກ​ເສີນ​ຕ່າງໆ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຫຼຸດຜ່ອນ​ໄພພິບັດ. ຈີນ ກັບ ອາ​ຊຽນຍັງ​​ໄດ້ຕົກລົງ​ສ້າງ​ຕັ້ງກອງ​ທຶນ​ຮ່ວມ​ມືທາງ​ທະ​ເລ, ​ໃນ​ນັ້ນ ​ເນື້ອ​ໃນ​ສຳຄັນດ້ານໜຶ່ງ​ກໍ່​ແມ່ນປ້ອງ​ກັນ​ໄພ ​ແລະ ຫຼຸດ​ຜ່ອນໄພພິບັດ.