ຈີນ​ແລະ​ອາ​ຊຽນຈະ​ດຳ​ເນີນ​ການ​ຮ່ວມ​ມືດ້ານມາດຕະຖານ​ຢ່າງ​ກວ້າງ​ຂວາງ

(GMT+08:00) 2013-11-14 18:03:33     cri
ຫວ່າງ​ມໍ່ໆມານີ້, ​​ຄະນະ​ກຳມະການ​ມາດຕະຖານ​ແຫ່ງ​ຊາດ​ຈີນ​ຈັດ​ກິດຈະກຳ​ອົບຮົມ​ແລະ​ແລກປ່ຽນດ້ານມາດຕະຖານ​ລະຫວ່າງ​ຈີນ​ກັບ​ອາ​ຊຽນຄັ້ງທຳ​ອິດ. ​ເຈົ້າໜ້າ​ທີ່​ແລະ​ຜູ້​ຊ່ຽວຊານ​ໃນ​ຂະ​​ແໜງ​ການ​ນີ້ທີ່​ມາ​ຈາກ 8 ປະ​ເທດ​ອາ​ຊຽນຄື​ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ມາ​ເລ​ເຊຍ, ມຽນມາ, ສິງກະ​ໂປ, ​ໄທ ​ແລະ​ຫວຽດນາມ​ລວມ 23 ຄົນ​ໄດ້​ເຂົ້າຮ່ວມ​ຊຸດອົບຮົມ. ​ໂຄສົກ​ຝ່າຍ​ຈີນ​ເຜີຍ​ໃຫ້​ຮູ້ວ່າ, ຈີນ​ແລະ​ອາ​ຊຽນຈະ​ກ້າວ​ເຖິງຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ທີ່ "​ເຊື່ອມ​ໂຍງ​ເຂົ້າກັນ, ​ເຊື່ອມ​ຕໍ່​ກັນ ​ແລະ​ຮັບ​ຮູ້​ຊຶ່ງ​ກັນ​ແລະ​ກັນ" ​ໃນດ້ານມາດຕະຖານ​ເທື່ອ​ລະ​ກ້າວ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຈະ​ກ້າວ​ເຂົ້າສູ່​ໄລຍະ​ໃໝ່​ທີ່​ຕິດ​ແທດ​ຕົວ​ຈິງ​ແລະ​ເປັນ​ປະຈຳ.

​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້,​ເພື່ອ​ຊຸກຍູ້​ການສົນທະນາ​ແລະ​ການ​ຮ່ວມ​ມືກັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ຂົງ​ເຂດ​ການ​ເມືອງ​ແລະ​ເສດຖະກິດ, ສອງ​ຝ່າຍ​ໄດ້​ເຊັນ "ສັນຍາ​ຂອບ​ການ​ຮ່ວມ​ມື​ທາງ​ເສດຖະ​ກິດ​ຢ່າງຮອບດ້ານ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ", "ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ພົວພັນ​ຄູ່​​ຍຸດ​ທະ​ສາດ​ທີ່ອວ່ຍໜ້າ​ໄປ​ສູ່​ສັນຕິພາບ​ແລະຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ" ​ແລະ​​ເອກະສານ​ທີ່ສຳຄັນ​ອື່ນໆອີກ​ຫຼາຍ​ສະບັບ. ສຳລັບ​ມາດຕະຖານຖືກຖື​ໂດຍທົ່ວ​ໄປ​ວ່າ​ແມ່ນ​ການ​ບຸກທະ​ລຸ​ອີກ​ຢ່າງ​ໜຶ່ງ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ,ມີ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງຍາວ​ໄກ​ຕໍ່​ການ​ເຈລະຈາ​ກ່ຽວ​ກັບການ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ​ ​ແລະ​ຊຸກຍູ້​ການ​ຄ້າລະຫວ່າງ​ສອງ​ຝ່າຍ​ແລະ​ຫຼາຍ​ຝ່າຍຕື່ມ​ອີກ. ລາຍ​ງານ​ຂ່າວ​ແຈ້ງວ່າ, ສອງ​ຝ່າຍ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ການ​ຮ່ວມ​ມືທີ່​ເພີ່ມ​ຂຶ້ນ​ໃນ​ກິດຈະ​ກຳ​ແລກປ່ຽນທາງ​ດ້ານ​ມາດຕະຖານ​ຄັ້ງນີ້ ຕົ້ນຕໍ​ແມ່ນຍ້ອນ​ວ່າ​ໄດ້​ຮັບຜົນ​ດີ​ຫຼາຍ​ໃນ​ໄລຍະ​ຜ່ານ​ມາ​ແລ້ວ.

ທ່ານ​ນາງ​ອີ​ຊິ່ນ​ລີ້, ຮອງ​ຫົວໜ້າ​ຄະນະ​ກຳມະການ​ມາດ​ຕະຖານ​ຈີນ​ກ່າວ​ວ່າ,​ໃນ​ເວທີ​ມາດຕະຖານ​ສາກົນ,ຈີນ​ຍິນ​ດີ​ພ້ອມ​ກັບປະ​ເທດ​ໃນ​ອາ​ຊຽນ, ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ປະສານ​ສົມທົບ​ກັນ​ໃຫ້​ຫຼາຍ​ຍິ່ງ​ຂຶ້ນ, ຮ່ວມ​ກັນ​ຄົ້ນຄວ້າ​ແລະ​ຜ່ານ​ຜ່າ​ບັນຫາ​ຕ່າງໆ​ເຊັ່ນ "ຫຼຸມພາງ​ລາຍ​ໄດ້​ລະດັບ​ກາງ" ​ເປັນຕົ້ນ, ​​ແລະປະກອບສ່ວນ​ເຂົ້າ​ໃນວຽກ​ງານ​ດ້ານມາດຕະຖານ​ສາກົນ​ແລະການພັດທະນາ​ເສດຖະກິດ​ພາກ​ພື້ນ.