ມຽນມາ​ປ່ອຍ​ຕົວ​ນັກ​ໂທດ​ການ​ເມືອງ 69 ຄົນ

(GMT+08:00) 2013-11-15 19:09:09     cri
ວັນ​ທີ 15 ພະຈິກ​ນີ້, ​ເວັບ​ໄຊ​ທຳນຽບປະທານາທິບໍດີ​ມຽນມາລາ​ຍງານ​ວ່າ, ມຽນມາ​ໄດ້​ປ່ອຍ​ຕົວ​ນັກ​ໂທດ​ການ​ເມືອງ 69 ຄົນ​ໃນ​ວັນ​ທີ 15 ພະຈິກ​ນີ້, ​ແລະ​ມີ​ຄວາມ​ເປັນ​ໄປ​ໄດ້​ທີ່ຈະ​ປ່ອຍ​ຕົວ​ນັກ​ໂທດ​ການ​ເມືອງ​ທັງ​ໝົດ​ກ່ອນ​ທ້າຍ​ປີ​ນີ້.

ຂ່າວ​ແຈ້ງວ່າ, ຍ້ອນ​ວ່າ​ພິຈາລະນາ​ເຖິງມະນຸດສະທຳ​ແລະ​ໃຫ້​ໂອກາດ​ເພື່ອ​ເຂົ້າ​ຮ່ວມ​ການ​ສ້າງສາ​ປະ​ເທດ​ຊາດ​ແກ່​ເຂົາ​ເຈົ້າ, ປະທານາທິບໍດີ​ຕັດສິນ​ນິລະ​ໂທດ​ກຳນັກ​ໂທດ​ການ​ເມືອງ​​ເຫຼົ່າ​ນີ້ຕາມ​ກົດໝາຍ. ຂ່າວ​ແຈ້ງວ່າ, ຄະນະ​ກຳມະການກວດການັກ​ໂທດ​ການ​ເມືອງ​ກຳລັງ​ດຳ​ເນີນ​ວຽກ​ງານກວດກາ, ​ເພື່ອ​ປ່ອຍ​ຕົວ​ນັກ​ໂທດ​ການ​ເມືອງ​ທັງ​ໝົດ​ກ່ອນ​ທ້າຍ​ປີ 2013.

ນັບ​ແຕ່​ລັດຖະບານ​ມຽນມາ​ຊຸດ​ໃໝ່​ດຳ​ເນີນ​ບໍລິຫານ​ແຕ່​ເດືອນ​ມີນາ​ປີ 2011 ມາ​ນີ້, ​ໄດ້ດຳ​ເນີນ​ການ​ນິລະ​ໂທດ​ເປັນ​ຫຼາຍ​ເທື່ອ​ແລ້ວ, ​ລວມ​ທັງ​ໝົດ​ແລ້ວໄດ້​ປ່ອຍ​ຕົວ​ນັກ​ໂທດ​ປະ​ເພດ​ຕ່າງໆ​ເກືອບ 3 ໝື່ນ​ຄົນ.