ເຈົ້າໜ້າ​ທີ່​ລັດຖະບານ​ໄທ​ກ່າວ​ວ່າ, ຢາກ​​ເຈລະຈາ​ກັບ​ຜູ້ນຳ​ຝ່າຍປະ​ທ້ວງ, ຊອກ​ຫາ​ຊ່ອງ​ທາງ​ທີ່ສິ້ນ​ສຸດ​ການ​ປະ​ທ້ວງ

(GMT+08:00) 2013-11-16 16:21:18     cri
ຕາມ​ຂ່າວສານ​ຈີນ: ວັນ​ທີ 15 ພະຈິກ​ນີ້, ທ່ານປະຊາ​ ພົມ​ນອກ, ຮອງ​ນາຍົກລັດຖະມົນຕີ​ໄທທີ່​ຮັບຜິດຊອບ​ວຽກ​ງານ​ຄວາມ​ປອດ​ໄພ​ຂອງ​ໄທ​ກ່າວ​ວ່າ, ລັດຖະບານ​ໄທ​ໄດ້​ທຳ​ການ​ກະກຽມ​​ເປັນ​ຢ່າງ​ດີ​ແລ້ວ ​ເພື່ອ​ດຳ​ເນີນ​ການ​ເຈລະຈາ​ກັບ​ທ່ານສຸ​ເທບ ​ເທືອ​ກສຸບັນ, ຜູ້ນຳ​ຝ່າຍ​ປະ​ທ້ວງ​ແລະ​ທ່ານອະພິສິດ ​ເວດ​ຊາ​ຊີວະ, ປະທານ​ພັກ​ປະຊາທິປັດ, ​ເພື່ອ​ຊອກ​ຫາ​ວິທີ​ສິ້ນ​ສຸດ​​ການ​ປະ​ທ້ວງ​ທີ່ຄັດຄ້ານ​ລັດຖະບານ.

ທ່ານປະຊາ ພົມ​ນອກ ກ່າວ​ວ່າ, ​ພະ​ລາຊະ​ບັນຍັດ​ນິລະ​ໂທດ​ກຳ​ໄດ້​ຖືກ​ວຸດ​ທິສະພາ​ຢັບຢັ້ງ​ແລ້ວ, ຄວາມ​ຂັດ​ແຍ່ງ​ກ່ຽວ​ກັບ​ອະທິປະ​ໄຕເໜືອຜາສາດ​ຫີນ​​ເປຣຍວີ​ເຮ​ຍ ທີ່​ຢູ່​ເຂດ​ຊາຍ​ແດນ​ໄທ​ກຳປູ​ເຈຍ ​ກໍ່​ໄດ້ຮັບ​ການ​ຕັດສິນ​ຈາກ​ສານ​ສາກົນ, ສາ​ເຫດກໍ່​ການປະ​ທ້ວງ​ຂອງກຸ່ມ​ປະ​ທ້ວງ​ຕ່າງໆກໍບໍ່​ມີ​ແລ້ວ, ສະ​ນັ້ນ, ປະຈຸ​ບັນ, ຝ່າຍ​ຕ່າງໆ​ທີ່​ມີຄວາມ​ຂັດ​ແຍ່ງ​ດ້ານ​ການ​ເມືອງ ຄວນ​ກັບ​ຄືນ​ສູ່​​ເສັ້ນທາງ​ແຫ່ງ​ການ​ແກ້​ໄຂ​ບັນຫາ​ດ້ວຍ​ການ​ເຈລະຈາ. ທ່ານ​ຫວັງ​ໃຫ້​ຜູ້ນຳ​ຝ່າຍ​ປະ​ທ້ວງຮັບ​ປະກັນການ​ໂຮມ​ຊຸມນຸມ​ຂອງ​ເຂົາ​ເຈົ້າດຳ​ເນີນ​ໄປ​ພາຍ​ໃນ​ຂອບ​ກົດໝາຍ.