​ທ່ານ​ຊິນ​ໂຈ ອາ​ເບ ສຳ​ເລັດ​ການ​ຢ້ຽມຢາມ​ 10 ປະ​ເທດ​ອາ​ຊຽນ

(GMT+08:00) 2013-11-17 14:01:02     cri
ຕອນບ່າຍ​ວັນ​ທີ 16 ພະຈິກ​ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ຮຸນ​ເຊ​ນ ນາຍົກລັດຖະມົນຕີກຳປູ​ເຈຍ​ໄດ້​ພົບ​ປະ​ກັບ​ທ່ານ​ຊິ​ນ​ໂຈ ອາ​ເບ ນາຍົກລັດຖະມົນຕີຍີ່ປຸ່ນ​ທີ່​ໄປ​ຢ້ຽມຢາມ, ​ແລະ​ຮ່ວມ​ກັນ​ສະ​ເຫຼີມສະຫຼອງຍີ່​ປຸ່ນກັບ​ກຳປູ​ເຈຍ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ 60 ປີ. ​ອີງ​ຕາມ​ຖະ​ແຫຼງການ​ຮ່ວມ​ລະຫວ່າງ​ຍີ່​ປຸ່ນກຳປູ​ເຈຍ​ ທີ່​ກະຊວງ​ການ​ຕ່າງປະ​ເທດ​ກຳປູ​ເຈຍ​ປະກາດ​ໃນ​ມື້​ດຽວ​ກັນ, ສອງ​ປະ​ເທດ​ຈະ​ຊຸກ​ຍູ້​ການ​ຂະຫຍາຍ​ການ​ພົວພັນ​ສອງ​ຝ່າຍ​ໃນ​ດ້ານ​ຕ່າງໆ, ​ເຊັ່ນ: ການ​ເມືອງ​ແລະ​ຄວາມ​ໝັ້ນຄົງ, ການ​ຕ່າງປະ​ເທດ​​ແລະການປົກຄອງ​ດ້ວຍ​ກົດໝາຍ, ການ​ຮ່ວມ​ມື​ດ້ານເສດຖະກິດ, ການ​ແລກ​ປ່ຽນ​ບຸກຄະລາ​ກອນ​ແລະ​ວັດທະນະທຳ​ ​ແລະ​ຮ່ວມ​ກັນ​ຮັບ​ມື​ກັບ​ຫົວ​ຂໍ້​ຫາລື​ໃນ​ພາກ​ພື້ນ​ເປັນ​ຕົ້ນ. ​ຖະ​ແຫຼງການຍັງ​ໄດ້​ກ່າວ​ເຖິງ​ບັນຫາ​ທະ​ເລ​ຈີນ​​ໃຕ້​ແລະ​ບັນຫາ​ນິວ​ເຄຼຍສ.ປ.ປ​ເກົາຫຼີ. ຖະ​ແຫຼງການກ່າວ​ວ່າ, ທ່ານ​ຮຸນ​ເຊັນ ນາຍົກລັດຖະມົນຕີກຳປູ​ເຈຍ​ໄດ້​ຮັບ​ເອົາ​ການ​ເຊື້ອ​ເຊີນ​ຂອງ​ທ່ານ​ຊິນ​ໂຈ ອາ​ເບ ​ໄປ​ຢ້ຽມຢາມ​ຍີ່​ປຸ່ນ. ນອກ​ນັ້ນ, ຂ່າວສານກຽວ​ໂຕ​ຍີ່​ປຸ່ນ​ແຈ້ງ​ຂ່າວ​ວ່າ, ທ່ານ​ຊິ​ນ​ໂຈ​ ອາ​ເບ​ ກັບ​ທ່ານ​ຮຸນ​ເຊ​ນຍັງ​ໄດ້​ບັນລຸ​ຄວາມ​ເຫັນ​ເອກະສັນ​ກັນ​ກ່ຽວ​ກັບ​ຫົວ​ຂໍ້​ຫາລື​ຕ່າງໆ, ​ເຊັ່ນ: ການ​ຊຸກ​ຍູ້​ການ​ແລກປ່ຽນ​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ​ລະຫວ່າງ​ສອງ​ປະ​ເທດ ​ເຊິ່ງລວມທັງ​ການ​ຮ່ວມ​ມື​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ, ຍີ່​ປຸ່ນຈະ​ເພີ່ມ​ທະວີ​ການ​ຊ່ວຍ​ເຫຼືອການ​ປິ່ນປົວ​ສາທາ​ລະນະ​ສຸກ​ຕໍ່​ກຳປູ​ເຈຍ​ເປັນ​ຕົ້ນ.

ວັນ​ທີ 17 ພະຈິກ​ນີ້, ທ່ານ​ຊິນ​ໂຈ ອາ​ເບ ​ໄປ​ຢ້ຽມຢາມ​ລາວ, ທ່ານ​ຈະ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ລາວ ​ແລະ​ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີລາວ.