ພາຍຸ​ໃຕ້​ຝຸ່ນ "​ໂພ​ດຸນ" ​ຢ່າງໜ້ອຍ​ເຮັດ​ໃຫ້ 18 ຄົນ​ເສຍ​ຊີວິດ​ຢູ່​ຫວຽດນາມ

(GMT+08:00) 2013-11-17 14:06:39     cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ພາຍຸໃຕ້​ຝຸ່ນ "​ໂພ​ດຸນ" ​ພັດ​ຖະຫຼົ່ນ​ຫວຽດນາມ ​ພາ​ໃຫ້​ເກີດ​ໄພ​ນ້ຳ​ຖ້ວມ​ຢ່າງໜັກໜ່ວງ, ນັບ​ມາຮອດ​ວັນ​ທີ 16 ພະຈິກ​ນີ້, ຢ່າງໜ້ອຍ​ໄດ້​ເຮັດ​ໃຫ້ 18 ຄົນ​ເສຍ​ຊີວິດ, ຍັງ​ມີ 7 ຄົນ​ຫາຍ​ສາບ​ສູນ.

ສູນ​ຊອກ​ຄົ້ນ​ແລະ​ກອບ​ກູ້​ແຫ່ງຊາດຫວຽດນາມ​ແຈ້ງ​ຂ່າວ​ວ່າ, ​ຍ້ອນ​ຖືກ​ພາຍຸໃຕ້​ຝຸ່ນ "​ໂພ​ດຸນ" ກະທົບ, ຝົນຕົກຮ້າຍ​ແຮງ​ຢູ່​ບາງ​ແຂວງ​ພາກ​ກາງ​ຫວຽດນາມ ພາກ​ໃຫ້​ເກີດ​ໄພ​ນ້ຳ​ຖ້ວມ. ​ປະລິມານ​ຝົນຕົກຂອງແຂວງກວາງ​ຫງາຍທີ່​ຢູ່ພາກ​ກາງຫຼາຍກວ່າໝູ່, ​ເຊິ່ງມີ​ເຖິງ 700 mm. ປະລິມານ​ຝົນຕົກ​ຢູ່​ແຂວງ​ອື່ນໆ ກໍ່​ມີ​ເຖິງ 300 ຫາ 600 mm. ລະດັບໜ້າ​ນ້ຳ​ຂອງ​ແມ່​ນ້ຳ​ຢູ່​ບາງ​ແຂວງ​ໄດ້​ເຖິງສູງ​ສຸດ​ໃນ​ປະຫວັດສາດ.