ລົດ​ທ່ອງ​ທ່ຽວ​ເກີດ​ອຸບັດ​ຕິ​ເຫດຂວ້ຳ​ຢູ່​ເກາະ​ບາ​ຫຼີ້ອິນ​ໂດ​ເນ​ເຊຍ,ມີ 5 ​ຄົນ​ເສຍ​ຊີວິດ

(GMT+08:00) 2013-11-19 11:12:33     cri
ສື່​ມວນ​ຊົນ​ອິນ​ໂດ​ເນ​ເຊຍ​ລາຍ​ງານ​ວ່າ, ວັນ​ທີ 18 ພະຈິກ​ນີ້, ລົດ​ທ່ອງ​ທ່ຽວຄັນ​ໜຶ່ງທີ່​ບັນທຸກ​ຜູ້​ໂດຍສານ​ຄົນ​ຈີນ 5 ຄົນ​ໄດ້​​​ເກີດ​ອຸບັດເຫດ​ຂວ້ຳ​ຢູ່​ເກາະ​ບາ​ຫຼີ, ປັດຈຸບັນ​ໄດ້​​ເຮັດ​ໃຫ້ 5 ຄົນ​ເສຍ​ຊີ​ວິດ, ​ໃນ​ນັ້ນ ລວມທັງນັກ​ທ່ອງ​ທ່ຽວ​ຈີນ 3 ຄົນ. ປັດຈຸບັນ,ການ​ຊ່ວຍ​ເຫຼືອ​ຜູ້​ທີ່​ເສຍ​ຊີວິດ​ແລະ​ບາດ​ເຈັບ​ພວມ​ດຳ​ເນີນ​ຢູ່, ນັກ​ທ່ອງ​ທ່ຽວ​ຜູ້​ບາດ​ເຈັບ​ຖືກ​ສົ່ງ​ໄປ​ປິ່ນປົວຢູ່​ໂຮງໝໍ​ໃກ້​ຄຽງ​ແລ້ວ.