ອຸດສາຫະກຳ​ພິມ​ຈຳໜ່າຍ​ຈີນ-​ອາ​ຊຽນຈາກ​ອານາ​ລອກພັດທະນາ​ໄປ​ສູ່​ຍຸກດີ​ຈິ​ຕອນ

(GMT+08:00) 2013-11-19 11:13:55     cri

ງານ​ວາງສະ​ແດງ​​ແລະ​ຈຳໜ່າຍ​ປຶ້ມຈີນ​ປີ 2013 ກຳລັງ​ດຳ​ເນີນ​ຢູ່​ຈາ​ກາ​ຕາ ນະຄອນຫຼວງ​ອິນ​ໂດ​ເນ​ເຊຍ. ​ໃນ​ໄລຍະ 5 ປີມາ​ນີ້, ກົມ​ໃຫຍ່​ຖະ​ແຫຼ​ງຂ່າວສານ​ ພິມ​ຈຳໜ່າຍ ວິທະຍຸ ​ ໂທລະພາບແລະ​ຮູບ​ເງົາ​​ແຫ່ງ​ຊາດ​ຈີນ​ໄດ້ມອບ​ສິດ​ໃຫ້​ເຂດ​ກວາງຊີ​ຈີນ​ ​ຈັດ​ງານ​ວາງສະ​ແດງ ​ແລະ ຈຳໜ່າຍ​ປຶ້ມ​ຈີນ ກໍ່​ຄືງານ​ເຈລະຈາການ​ຄ້າ​ລິກຂະ​ສິດຢູ່​ຫວຽດນາມ, ກຳ​ປູ​ເຈຍ ​ແລະ ອິນ​ໂດ​ເນ​​ເຊຍ, ງານວາງສະ​ແດງ​ແລະ​ຈຳໜ່າຍດັ່ງກ່າວ​ໄດ້​ຮັບຄວາມ​ຊົມ​ເຊີນ​ຢ່າງ​ສຸດ​ອົກ​ສຸດ​ໃຈແລະ ການ​ສະໜັບ​ສະ​ໜູນ​ອັນ​ແຂງ​​ແຮງ​ຈາກ​ວົງ​ການ​ພິມ​ຈຳໜ່າຍ​ຂອງ​ຈີນ ​ແລະ ປະ​ເທດ​ທີ່​ກ່ຽວຂ້ອງ​ຂອງ​ອາ​ຊຽນ, ຄ່ອຍໆ​ກາຍ​ເປັນ​ "ຍີ່​ຫໍ້​ສຳຄັນ" ຂອງ​ຈີນ​​ໃນ​ການດຳ​ເນີນ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ກັບ​ຕ່າງປະ​ເທດ. ສອງ​ຝ່າຍ​ກຳລັງ​ຊອກ​ຄົ້ນ​ເສັ້ນທາງ​ທີ່​​ເຮັດ​ໃຫ້​ອຸດສາຫະກຳ​ພິມ​ຈຳໜ່າຍ​ແບບ​ເກົ່າ​ພັດທະນາ​ໄປ​ສູ່​ຍຸກດີ​ຈິ​ຕອນ.

ຈີນ​ໄດ້​ພູມີພາກຕິດ​ຕໍ່ກັບປະ​ເທດ​ອາຊຽນ, ມີ​ເຊື້ອ​ສາ​ຍໃກ້ຊິດກັນ, ວັດທະນະທຳ​ກໍ່​ຄ້າຍຄື​ກັນ, ນັບ​ແຕ່​ສະ​ໄໝ​ບູຮານ​​ເປັນ​ຕົ້ນ​ມາ, ການ​ແລ​ກປ່ຽນ ​ແລະ ການ​ຮ່ວມ​ມື​ດ້ານ​ວັດທະນະທຳ​ລະ​ຫວ່າງ​ສອງ​ຝ່າຍ​ກໍ່​ໄດ້ດຳ​​ເນີນ​ເລື້ອຍໆມາ. ຄຽງຄູ່​ກັບ​ເສດຖະກິ​ດພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າກັນ ​ແລະ ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-​ອາ​ຊຽນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ເລື້ອຍໆ, ການ​ໄປມາຫາ​ສູ່​ດ້ານ​ເສດຖະກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ນັບ​ມື້​ນັບ​ສະໜິດ​ແໜ້ນຂຶ້ນ, ​ໂດຍ​ສະ​ເພາະ​ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມືດ້ານ​ວັດທະນະທຳ​ຍິ່ງ​ມີ​ຊີວິດຊີວາ​ຂຶ້ນ​ກວ່າ​ເກົ່າ. ການ​ເພິ່ມທະວີ​ການ​ແລ​ກປ່ຽນ ​ແລະ ການ​ຮ່ວມ​ມື​​ໃນ​ວົງ​ການ​ພິມ​ຈຳໜ່າຍ​ລະຫວ່າງ​ຈີນ ກັບ ປະ​ເທດ​ອາ​ຊຽນ, ​ສະ​ແດງໃຫ້​ເຫັນ​ທ່ວງທ່າ​ໃໝ່​ທີ່​ອຸດສາຫະກຳ​ພິມ​ຈຳໜ່າຍ​ໄດ້​ຫັນ​ເປັນ​ແບບ​ສາກົນ, ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ປາຖະໜາ​ຮ່ວມ​ຂອງ​ປະຊາຊົນ​ຈີນ ​ແລະ ປະຊາຊົນ​ບັນດາ​ປະ​ເທດ​ອາ​ຊຽນ.