ເຂດ​ທະ​ເລ​ມາ​ໝູ່​ເກາະລູກູ​ຂອງ​ອິນ​ໂດ​ເນ​ເຊຍ​ເກີດ​ແຜ່ນດິນ​ໄຫວຂັ້ນ6,2​ເລິກ​ເທີ

(GMT+08:00) 2013-11-20 15:09:20     cri

ຕອນ​ຄ່ຳ​ວັນ​ທີ 19 ພະຈິກ​ນີ້, ​ເຂດ​ທະ​ເລ​ມໍ່​ກັບ​ໝູ່​ເກາະ​ມາ​ລູກູ ພາກ​ຕາ​ເວັນ​ອອກ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ແຜ່ນດິນ​ໄຫວ​ຂັ້ນ 6,2 ​ເລິກ​ເທີ, ປັດຈຸບັນ, ຍັງ​ບໍ່​ທັນ​ມີ​ລາຍ​ງານ​ກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ຊີວິດ​ແລະ​ຊັບ​ສິນ​ເທື່ອ.

​ແຜ່ນດິນ​ໄຫວ​ເທື່ອ​ນີ້​ເກີດຂຶ້ນ​ໃນ​ເວລາ 22 ​ໂມງ 32 ນາທີ​ ວັນ​ທີ 19 ພະຈິກ​ນີ້​ ຕາມ​ເວລາ​ທ້ອງ​ຖິ່ນ, ​ໃຈກາງ​ແຜ່ນດິນ​ໄຫວ​ຢູ່​ເຂດ​ທະ​ເລ​ທີ່​ຫ່າງ​ເກາະ​ໂມ​ໂຣ​​ໄທ ​ແຂວງ​ມາ​ລູກູ​ໄປທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ 30 ກິ​ໂລ​ແມັດ.

ນອກ​ນີ້, ກົມ​ສຳ​ຫຼວດຢັ່ງ​ແທກ​ທໍລະນີ​ສາດ​ອາ​ເມ​ລິ​ກາ​ປະກາດ​​ວ່າ, ​ແຜ່ນດິນ​ໄຫວ​ເທື່ອ​ນີ້​ມີ​ແຮງ​ສັ່ນ​ສະ​ເທືອນຂະໜາດ 6,3 ​ເລິກ​ເທີ, ລົງ​ໄປ​ໃຕ້​ດິນ​ເລິກ 63,6 ກິ​ໂລ​ແມັດ.ພາກສ່ວນ​ຕິດຕາມ​ວັດ​ແທກ​​ແຜ່ນດິນ​ໄຫວຂອງ​ອິນ​ໂດ​ເນ​ເຊຍ​ບໍ່​ໄດ້​ສົ່ງ​ສັນຍານ​ເຕືອນໄພ​ຄື້ນຊຶນາ​ມິຫຼັງ​ຈາກ​ເກີດ​ແຜ່ນດິນ​ໄຫວ​ເທື່ອ​ນີ້.