ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-03 18:27:43    
ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ຈີນ​ຈະ​ບໍລິ​ການ​ເພື່ອ​ການ​ປະຕິ​ບັດ​ແຜນ​ພັດ​ທະ​ນາ 5 ປີ​ຄັ້ງ​ທີ 11 ​ແລະ​ການ​ສ້າງ​ສັງ​ຄົມ​ທີ່​ກົມ​ກຽວ​ກັນ

cri Author: mo



ຕາມ​ຂ່າວCRI: ວັນ​ທີ 3 ມີນາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ເຈຍ​ຊິ້ງລິງ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ຈະຖື​ການ​ບໍລິການ​ເພື່ອການ​ປະຕິບັດ​ແຜນພັດທະນາ 5 ປີ​ຄັ້ງທີ 11 ​ແລະ​ການສ້າງ​ສັງຄົມ​ທີ່​ກົມກຽວ​ກັນ ​ເປັນຈຸດ​ໜັກ​ຂອງ​ການ​ປະຕິບັດ​ພາລະ​ບົດບາດ, ຈະ​ປະກອບສ່ວນ​ໃໝ່​ເຂົ້າ​ໃນ​ການ​ຊຸກ​ຍູ້​ໃຫ້​​ເສດຖະກິດສັງຄົມ​ຈີນ​ພັດທະນາ​ຢ່າງຮອບດ້ານ.



ທ່ານ​ເຈຍ​ຊິ້ງລິງ​ໄດ້​ອ່ານ​ບົດລາຍ​ງານ​ວຽກ​ງານ​ໃນ​ກອງ​ປະຊຸມສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ 4 ສະ​ໄໝ​ທີ 10 ທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ 3 ມີນາ. ທ່ານ​ສະ​ເໜີ​ອອກ​ມາ​ວ່າ, ສະພາ​ປຶກສາ​ການ​ເມືອງ​ຈະ​ເລືອກ​ເອົາ​ບັນຫາ​ສຳຄັນ​ຢ່າງ​ພຽນ​ໃຈ​ເຊັ່ນ: ການສ້າງ​ຊົນນະ​ບົດ​ສັງຄົມ​ນິຍົມ​ແບບ​ໃໝ່, ສ້າງ​ປະ​ເທດ​ແບບ​ປະດິດ​ສ້າງ​ໃໝ່, ສ້າງ​ສັງຄົມ​ແບບ​ປະຢັດ​ຊັບພະຍາກອນ​ແລະ​ໄມຕີ​ຈິດ​ຕໍ່ສິ່ງ​ແວດ​ລ້ອມ​ເປັນຕົ້ນ, ​ແລ້ວ​ສະ​ເໜີ​ຂໍ້ສະ​ເໜີ​ທີ່​ມີ​ຄຸນຄ່າ​ຕໍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ແລະ​ຄະນະ​ລັດຖະບານ​ຈີນ. ທ່ານ​ຍັງ​ກ່າວ​ວ່າ, ສະພາ​ປຶກສາ​ການ​ເມືອງ​ຈະ​ເອົາ​ໃຈ​ໃສ່​ນຳບັນຫາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນຫຼາຍກວ່າ​ເກົ່າ, ສ່ອງ​ແສງ​ຄວາມ​ປາຖະໜາ​ແລະ​ຄວາມ​ຮຽກຮ້ອງ​ຂອງ​ມວນ​ຊົນ.

ແຕ່​ກອງ​ປະຊຸມ​ປະຈຳ​ປີຂອງ​ປີກາຍ​ນີ້​ເປັນຕົ້ນມາ, ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຈັດຕັ້ງການສຳຫຼວດຫົວ​ຂໍ້​ສະ​ເພາະ 75 ລາຍ​ແລະ​ຄະນະທັດ​ສະ​ນະ​ສຶກສາ 24 ຄະນະ, ຈົດ​ທະບຽນ​ແລະ​ມອບ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງຊຳລະ​ຍັດຕິ​ສະ​ເໜີເກືອບ 4500 ສະບັບ, ​ໄດ້​ສະ​ເໜີ​ຄວາມ​ເຫັນ​ທີ່​ມີ​ຄຸນຄ່າ​ຢ່າງຫຼວງຫຼາຍກ່ຽວ​ກັບ​ບັນຫາ​ສຳຄັນ​​ໃນ​ການ​ພັດທະນາ​ເສດຖະກິດ​ແຫ່ງ​ລັດ​ແລະ​ສັງຄົມ, ມີຍັດຕິ​ບໍ່​ໜ້ອຍ​ໄດ້​ຖືກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລັດນຳ​ໄປ​ໃຊ້, ​ແລະຈັດ​ເຂົ້າ​ໃນ​​ແຜນພັດທະນາ 5 ປີ​ຂ້າງ​ໜ້າ​ຂອງ​ຈີນ​ແລ້ວ.
1  2  3